2
ເປີດສູນກູ້ໄພ 1625 ອົງການກາແດງແຫ່ງຊາດລາວ ສາຂາທີ 9 ປະຈຳແຂວງສະຫວັນນະເຂດ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 25 ເດືອນພຶດສະພາ, 2024
ໝວດ: ຂ່າວ

ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມພິທີເປີດສູນກູ້ໄພ 1625 ອົງການກາແດງແຫ່ງຊາດລາວ ສາຂາທີ 9 ປະຈຳແຂວງສະຫວັນນະເຂດ, ໃນໄລຍະທີ່ທ່ານ ແລະ ຄະນະໄດ້ລົງເຮັດວຽກຢູ່ 3ແຂວງພາກກາງຄື:  ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ ໃນລະຫວ່າງວັນທີ 21-24 ພຶດສະພາ 2024 ນີ້.

ພ້ອມກັນນັ້ນ ຍັງໄດ້ມອບລົດກູ້ໄພສຸກເສີນຈຳນວນ 1 ຄັນ ລວມມູນຄ່າ 300 ກວ່າລ້ານກີບ ໃຫ້ກັບອົງການກາແດງແຂວງສະຫວັນນະເຂດ ເພື່ອນຳໃຊ້ເຂົ້າໃນວຽກງານກູ້ໄພສຸກເສີນ ພ້ອມທັງ ເປັນການບໍລິການຊ່ວຍເຫຼືອສັງຄົມໃນການຊ່ວຍເຫຼືອຄົນເຈັບ, ທີ່ເກີດຈາກອຸບັດຕິເຫດຕາມທ້ອງຖະໜົນ, ຄົນເຈັບສຸກເສີນ ໃຫ້ວ່ອງໄວ ແລະ ທັນເວລາ ຊຶ່ງໝາຍເລກໂທລະສັບສາຍດ່ວນແມ່ນ 041 1625 ບໍລິການຕະຫຼອດ 24 ຊົ່ວໂມງ.

ສໍາລັບ ການລົງຢ້ຽມຢາມ ແລະ ເຮັດວຽກຂອງທ່ານ ແລະ ຄະນະ ໃນຄັ້ງນີ້ ເພື່ອພົບປະໂອ້ລົມ ແລະ ຊີ້ນຳພະນັກງານຫຼັກແຫຼ່ງ, ພະນັກງານວິຊາການ ແລະ ອາສາສະໝັກ ພ້ອມທັງມອບເຄື່ອງສຸຂະອະນາໄມ, ເຄື່ອງອຸປະໂພກ-ບໍລິໂພກຈຳນວນໜຶ່ງ ລວມມູນຄ່າ 20 ກວ່າລ້ານກີບ ໃຫ້ກັບ 3 ອົງການກາແດງແຂວງ ເພື່ອນຳໃຊ້ເຂົ້າໃນການຊ່ວຍເຫຼືອບັນເທົາທຸກໃຫ້ກັບຄອບຄົວທຸກຍາກ ຂາດເຂີນ ແລະ ອື່ນໆ.

ທີ່ມາ VientianeTimes

ສະແດງຄຳຄິດເຫັນ

ຂ່າວມາໃໝ່ 
2
ລາວ ຈະສະເຫຼີມສະຫຼອງ 3 ວັນປະຫວັດສາດ ໃນປີ 2025
2
ການລ່າສັດປ່າບໍ່ຖືກຕ້ອງຕາມກົດ ໝາຍຈະຖືກລົງໂທດຕັດອິດສະລະພາບ 2 ຫາ 5 ປີ ແລະ ຈະຖືກປັບໃໝ
2
ກຳປູເຈຍ ຈະເກັບພາສີ ພະລັງງານໄຟຟ້າ ຈາກ ຜູ້ໃຊ້ໂຊລາເຊລ ຢູ່ຫລັງຄາ
2
ຫາລືຄວາມປອດໄພຂອງເຂື່ອນ ໃນການບໍລິຫານຈັດການນໍ້າ ແລະ ການຮັບມືສຸກເສີນ
2
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບ ທູດເວເນຊູເອລາ ຄົນໃໝ່
2
ສປປ ລາວຈະເປັນປະທານອາຊຽນໃນປີ 2024 ພາຍໃຕ້ຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”
2
ສປປ ລາວ ເລີ່ມປະຕິບັດນະໂຍບາຍ ຍົກເວັ້ນ-ຂະຫຍາຍເວລາ VISA ໃຫ້ກັບຫຼາຍປະເທດ ດຶງດູດນັກທ່ອງທ່ຽວ
2
ບໍລິສັດ ເທີນ-ຫີນບູນ ມອບເງິນ 1 ຕື້ກີບ ສະໜັບສະໜູນການເປັນປະທານອາຊຽນ ຂອງ ສປປ ລາວ
2
ຄຸນຄ່າຄວາມເປັນເອກະລັກ ທີ່ໂດດເດັ່ນລະດັບໂລກ ຂອງອຸທິຍານແຫ່ງຊາດຫີນໜາມໜໍ່
2
ອັດຕະປືມີບໍລິການລົດໂດຍສານສີຂຽວພາຍໃນແຂວງແລ້ວ
ຢ່າລື່ມກົດຕິດຕາມ