ກອງປະຊຸມບັນດາຜູ້ນຳໜ້າຄັ້ງທີ 15 ເວທີປາໄສເສດຖະກິດໂລກ

ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ, ກອງປະຊຸມ ບັນດາ ຜູ້ນຳໜ້າ ຄັ້ງທີ 15 ຂອງເວທີປາໄສ ເສດຖະກິດໂລກ (WEF 15), ຫລື ເອີ້ນວ່າ Davos ລະດູແລ້ງ, ດຳເນີນ ແຕ່ວັນທີ 25–27 ມິຖຸນາ ຢູ່ນະຄອນ ຕະຫລຽນ, ແຂວງ ຫລຽວໜິງ ຂອງ ສປ ຈີນ ພາຍໃຕ້ຫົວຂໍ້ “ບັນດາຂົງເຂດ ເຕີບໂຕໃໝ່” ເພື່ອປຶກສາ ຫາລື ກ່ຽວກັບ ຫລາຍຫົວຂໍ້ທີ່ກ່ຽວຂ້ອງເຖິງ ການສ້າງ ຮູບແບບ ເຕີບໂຕສີຂຽວ ແລະ ຍືນຍົງ ໃຫ້ອະນາຄົດ. ນັບແຕ່ປີ 2007, ເມື່ອ WEF ຈັດກອງປະຊຸມ ຄັ້ງທຳອິດຢູ່ ສປ ຈີນ, ທຽນຈີນ ແລະ ຕະຫລຽນ ເຊິ່ງເປັນສອງ ນະຄອນ ຜັດປ່ຽນກັນ […]

ອາຟຣິກາ ໄດ້ຮັບທຶນພັດທະນາຕະຫລາດວັກຊິນ ຫລາຍກວ່າ 1 ຕື້ໂດລາສະຫະລັດ

ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ, ບັນດາ ການນຳໂລກ, ບັນດາ ກຸ່ມການແພດ ແລະ ບໍລິສັດ ການຢາ ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອົງການ ພັນທະມິດ ວັດເຊິນ ແລະ ການສັກວັກຊິນ ໃນທົ່ວໂລກ (Gavi) ຈັດຂຶ້ນ ໃນວັນທີ 20 ມິຖຸນານີ້ ໄດ້ປະກາດ ບ້ວງເງິນ ໜູນຊ່ວຍ ທີ່ມີມູນຄ່າ 1,2 ຕື້ໂດລາ ສະຫະລັດ ເພື່ອຜະລິດ ວັກຊິນ ຢູ່ ອາຟຣິກາ ເຊິ່ງແມ່ນສະຖານທີ່ ພວມຜະເຊີນໜ້າກັບ ວິກິດການ ດ້ານການແພດ ລວມທັງ ໂລກອະຫິວາ ທີ່ພວມເພີ່ມຂຶ້ນ.ໃນໂອກາດນີ້ ທ່ານ ເອັມມານູເອລ ມາໂຄຣນ (Emmanuel Macron) ປະທານາທາບໍດີ ຝຣັ່ງ ໃຫ້ຮູ້ວ່າ: ລາຍການ ເພີ່ມຄວາມໄວ ໃນການຜະລິດ ວັກຊິນຢູ່ […]

ອິດສະຣາແອນ ເລັ່ງຍົກເລິກ ການໃຊ້ເຊື້ອໄຟຟໍສຊິລ ໃນປີ 2050

ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ກະຊວງ ພະລັງງານ ແລະ ພື້ນຖານ ໂຄງລ່າງຂອງ ອິດສະຣາແອນ ໄດ້ປະກາດ ແຜນຍຸດທະສາດ ເພື່ອການປ່ຽນ ຜ່ານ ພະລັງງານ ເຊື້ອໄຟ ຟໍສຊິລ ແບບດັ່ງເດີມ ເປັນເຊື້ອໄຟ ຊີວະພາບ , ເຊື້ອໄຟ ສັງເຄາະ ແລະ ເຊື້ອໄຟ ໄຮໂດຣເຈນ ໃນປີ 2050. ໂດຍເປົ້າໝາຍ ຕົ້ນຕໍ ເພື່ອປັບປຸງ ການຈະເລີນ ເຕີບໂຕ ທາງເສດຖະກິດ ຂອງປະເທດ ໃຫ້ສອດຄ່ອງ ກັບຂໍ້ກຳນົດ ດ້ານສະພາບ ພູມອາກາດໂລກ ແລະ ການສ້າງ ຄວາມທັນສະໄໝ .ໂດຍ ອິດສະຣາແອນ ຈະຈັດຫາ ຊື້ອໄຟ ທີ່ ເຊື່ອຖືໄດ້ ໃຫ້ແກ່ ທຸກພາກສ່ວນ ຂອງ ເສດຖະກິດ , ຍົກລະດັບ […]

ກຳປູເຈຍ ສົ່ງອອກເຂົ້າ-ຢາງພາລາ ຫລາຍກວ່າ 384 ລ້ານໂດລາ

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ກຳປູເຈຍ ສ້າງລາຍໄດ້ ຈາກ ການສົ່ງອອກເຂົ້າ ແລະ ຢາງພາລາແຫ້ງ ລວມມີ 384,4 ລ້ານໂດລາ ສະຫະລັດ ໃນໄລຍະເດືອນ ມັງກອນ-ເດືອນພືດສະພາ ໃນປີນີ້. ໂດຍ ສະຫະພັນເຂົ້າ ແຫ່ງ ກຳປູເຈຍ ລາຍງານວ່າ:​ ກໍາປູເຈຍ ສົ່ງອອກ ເຂົ້າສານ 302.592 ໂຕນ ໄປຍັງ 63 ປະເທດ ແລະ ພາກພື້ນ ໃນໄລຍະ 5 ເດືອນ ຂອງ ປີນີ້ ແລະ ສາມາດ ສ້າງລາຍໄດ້ 219,9 ລ້ານໂດລາ ສະຫະລັດ. ໂດຍ ຈີນ ຍັງສືບຕໍ່ ເປັນ ຜູ້ຊື້ເຂົ້າ ກຳປູເຈຍ ຂະໜາດໃຫຍ່ ລວມມີ 73.322 ໂຕນ,​ […]

ສສຊ ສະເໜີໃຫ້ລັດຖະບານ ຮັກສາສະຖຽນລະພາບ ທາງດ້ານການເງິນ ເພື່ອດຶງດູດການລົງທຶນໃຫ້ຫຼາຍຂຶ້ນ

ສະມາຊິກສະພາແຫ່ງຊາດ ສະເໜີໃຫ້ລັດຖະບານ ເອົາໃຈໃສ່ໃນເລື່ອງຂອງການຮັກສາສະຖຽນລະພາບທາງດ້ານການເງິນ ສ້າງຄວາມໝັ້ນໃຈໃຫ້ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ເພື່ອດຶງດູດການລົງທຶນ ໃຫ້ຫຼາຍຂຶ້ນ. ຄຳເຫັນດັ່ງກ່າວ ມີຂຶ້ນໂດຍທ່ານ ນາງ ວາລີ ເວດສະພົງ ສສຊ ເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ທີ່ໄດ້ປະກອບຄຳເຫັນຕໍ່ບົດຊີ້ແຈງຂອງກະຊວງແຜນການ ແລະ ການລົງທຶນໃນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 13 ມິຖຸນາ ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ. ອີງຕາມການລາຍງານຂອງ ທ່ານ ເພັດ ພົມພິພັກ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໃນໄລຍະ 3 ເດືອນຕົ້ນປີ 2024 ສປປ ລາວ ມີການລົງທຶນທັງໝົດ ປະມານ 17,469.36 ຕື້ກີບ ເທົ່າກັບ 30,8% ຂອງແຜນການປີ. ໂອກາດດັ່ງກ່າວ ທ່ານ ນາງ ວາລີ […]

ການປູກພືດຜັກປອດສານພິດຂາຍ ສາມາດສ້າງລາຍຮັບໄດ້ຫລາຍລ້ານກີບຕໍ່ປີ

*ປັດຈຸບັນການປະກອບອາຊີບກະສິກໍາ ດ້ວຍການປູກພືດຜັກຂາຍເປັນສິນຄ້າແມ່ນອາຊີບໜຶ່ງ ທີ່ສາມາດສ້າງລາຍຮັບໃຫ້ບຸກຄົນ ແລະ ຄອບຄົວ, ຄອບຄົວທ່ານ ນາງ ຄູນ ອົດສຸດິນຍົງ ອາຍຸ 26 ປີ ອາຊີບ ປະຊາຊົນ ຢູ່ບ້ານທົ່ງຂວາເມືອງ ແລະ ແຂວງຫລວງນໍ້າທາ ເປັນຄອບຄົວໜຶ່ງມີຄວາມດຸໝັ່ນ, ອົດທົນໃນການເຮັດກະສິກຳ ໂດຍສະເພາະການປູກພືດຜັກປອດສານພິດຂາຍໄດ້ 50 ລ້ານກວ່າກີບຕໍ່ປີ. ທ່ານ ນາງ ຄູນ ອົດສຸດິນຍົງ ໃຫ້ສໍາພາດເມື່ອບໍ່ດົນມານີ້ວ່າ: ຄອບຄົວຂອງຕົນ ໄດ້ເລີ່ມເຮັດທຸລະກິດການປູກພືດຜັກປອດສານພິດມາແຕ່ ປີ 2015 ໃນເນື້ອທີ່ 2.000  ກວ່າຕາແມັດ ແລະ ມີແຮງງານຕົ້ນຕພຽງ 2 ຄົນ ເພື່ອປູກພືດຜັກປະເພດໃຫ້ໝາກ ແລະ ພືດລົ້ມລຸກເປັນຕົ້ນ ໝາກນອຍ, ໝາກເລັ່ນ, ໝາກນ້ຳເຕົ້າ, ໝາກເຜັດ, ໝາກເຂືອ, ໝາກອື, ໝາກຖົ່ວ, ກະຈຽບ, ຜັກຫອມປ້ອມ, ຜັກຊີ, ຜັກສະລັດ, ຜັກກາດ, ຜັກປັງ, ຜັກຫຸມ, […]

ລະວັງ! ຝົນ ຍັງສືບຕໍ່ຕົກເປັນວົງກວ້າງ ອາດຈະເກີດນ້ຳຖ້ວມຊຸ ແລະ ດິນເຈື່ອນ 

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ຈົ່ງມີສະຕິລະມັດລະວັງຕໍ່ສະພາບ ຝົນຕົກໜັກ ອາດເກີດມີນໍ້າຖ້ວມຊຸ ແລະ ດິນເຈື່ອນຢູ່ແຂວງພາກເໜືອ ແລະ ພາກກາງ, ເນື່ອງຈາກຄວາມກົດດັນຕໍ່າຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງ ປານກາງ, ສົມທົບກັບກະແສລົມຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ຊຶ່ງຈະ ເຮັດໃຫ້ມີຝົນຕົກ ໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ລະບຸອີກວ່າ: ພະຍາກອນອາກາດ ເວລາ 7:00 ໂມງ ຂອງວັນທີ 8 ມີຖຸນາ 2024 ເຖິງເວລາ 7:00 ໂມງ ຂອງວັນທີ 9ມີຖຸນາ 2024 ທົ່ວທຸກພາກຂອງປະເທດລາວ ມີດັ່ງນີ້: ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ) ຈະມີຝົນຕົກ ໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປ ມີລົມພັດແຮງຢູ່ບາງທ້ອງຖິ່ນ ຫຼື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ […]

ຍາມຝົນ ຮ່ວມກັນອະນາໄມຫົນທາງ ຫລີກເວັ້ນບັນຫານໍ້າຖ້ວມຂັງ

ສະພາບນໍ້າຖ້ວມຂັງຕາມເສັ້ນທາງຫລາຍເສັ້ນໃນນະຄອນຫລວງວຽງຈັນ ກໍຄືໃນຕົວເມືອງໃຫຍ່ບັນດາແຂວງໃນທົ່ວປະເທດ ໄດ້ກາຍເປັນປະເດັນຫ່າງສຽງໃນສັງຄົມ ເນື່ອງຈາກທໍ່ລະບາຍນໍ້າຕາມແຄມທາງມີຂີ້ເຫຍື້ອ, ຂີ້ຕົມ, ແຮ່ຊາຍອັດຕັນເຮັດໃຫ້ນໍ້າໄຫລບໍ່ທັນສ້າງຄວາມຫຍຸ້ງຍາກໃນການສັນຈອນໄປມາ ແລະ ສ້າງຄວາມເປິເປື້ອນໃຫ້ຖະໜົນຫົນທາງດົນນານໄປເຮັດໃຫ້ທາງເປ່ເພ ແລະ ອື່ນໆ. ຢ່າງໃດກໍດີ ຕໍ່ກັບບັນຫານີ້ ແມ່ນຕິດພັນກັບການຂາດຄວາມເປັນເຈົ້າການຮ່ວມກັນເຮັດອະນາໄມຢ່າງຈິງຈັງ. ຈາກສະພາບທີ່ເກີດຂຶ້ນໃນແຕ່ລະປີຜ່ານມານີ້, ໄດ້ສະທ້ອນໃຫ້ເຫັນເຖິງການຮັບມືໃນໄລຍະລະດູຝົນປີນີ້ ທີ່ພາກສ່ວນທີ່ກ່ຽວຂ້ອງຕ້ອງໄດ້ສົມທົບກັນວາງແຜນແກ້ໄຂກໍຄືການເຮັດອະນາໄມ ຫລື ການລ່ວງທໍ່ລະບາຍນໍ້າໃຫ້ທັນ ເພື່ອຫລຸດຜ່ອນການເກີດສະພາບນໍ້າຖ້ວມຂັງຕາມເສັ້ນທາງໃນນະຄອນຫລວງວຽງຈັນ ກໍຄືບັນດາເມືອງໃຫຍ່ໃນທົ່ວປະເທດ.  ປັດຈຸບັນນີ້ ໄດ້ກ້າວສູ່ລະດູຝົນ ແລະ ກໍມີຝົນຕົກຕໍ່ເນື່ອງໃນຂອບເຂດທົ່ວປະເທດ ເຊິ່ງມັນຮຽກຮ້ອງເຖິງການຮັບມືຕໍ່ສະພາບນ້ຳຖ້ວມຕ່າງໆ ຂອງທຸກພາກສ່ວນໃນສັງຄົມ. ໜຶ່ງໃນນີ້ ກໍແມ່ນການຮັບມືຕໍ່ສະພາບນ້ຳຖ້ວມຂັງເສັ້ນທາງທີ່ສ້າງຄວາມຫຍຸ້ງຍາກຕໍ່ການສັນຈອນໄປມາໃນລະດູຝົນປີນີ້. ຢ່າງໃດກໍດີທ້າຍອາທິດຜ່ານມານີ້, ຜູ້ຂຽນໄດ້ມີໂອກາດໄປບ້ານຫລັກ 52 ຫລື ເມືອງ ໂພນໂຮງ ແຂວງວຽງຈັນ ກໍປະກົດເຫັນພາກສ່ວນກ່ຽວຂ້ອງໄດ້ເປັນເຈົ້າການຮ່ວມກັນອະນາໄມປັດກວດດິນອອກຈາກແຄມທາງ,  ລ່ວງຮ່ອງລະບາຍນ້ຳຕາມເສັ້ນທາງ ເລກທີ 13 ເໜືອ ຂອບເຂດເມືອງນາ ຊາຍທອງ ນະຄອນຫລວງວຽງຈັນ ຍ່ານທາງທີ່ມີຄວາມສ່ຽງຕໍ່ສະ ພາບນ້ຳຖ້ວມຂັງໃນເວລາມີຝົນຕົກ ເພື່ອຮັບມືກັບນ້ຳຖ້ວມຂັງ ແລະ ອຳ ນວຍຄວາມສະດວກໃຫ້ແກ່ການ ສັນຈອນໄປມາຂອງສັງຄົມໃນປີນີ້. ສຳລັບໃນນະຄອນຫລວງວຽງຈັນ ໃນໄລຍະຜ່ານມາເສັ້ນທາງທີ່ມັກ ເກີດນ້ຳຖ້ວມຂັງກໍມີຫລາຍຈຸດ  ໂດຍ ສະເພາະແມ່ນຈຸດ […]

ລົດດາມ ຂົນຫິນຕົກບັກຫງາຍທ້ອງລົງນຳ້ຄານ ນະຄອນຫລວງພະບາງ ຄົນຂັບລອດວຸດວິດ

ຕອນເຊົ້າວັນທີ 5 ມິຖຸນາ 2024, ໄດ້ເກີດມີອຸປະຕິເຫດ ລົດດາມ ຂົນຫິນຕົກບັກຫງາຍທ້ອງລົງນຳ້ຄານ ຈຸດເກີດເຫດຢູ່ໃກ້ປາກນ້ຳຄານຕໍ່ໜ້າຕຳໜັກ ນະຄອນຫລວງພະບາງ ແຂວງຫລວງພະບາງ, ລົດຄັນດັ່ງກ່າວເປັນລົດດາມຂອງໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ຄົນຂັບລົດສາມາດເອົາຕົວລອດອອກຈາກລົດມາໄດ້ປອດໄພ.

ເຊກອງ ຕ້ອງການທຶນເພື່ອພັດທະນາຫຼາຍກວ່າ 1 ພັນຕື້ກີບ

ໃນປີ 2024 ນີ້, ອົງການປົກຄອງແຂວງ ເຊກອງ ຕັ້ງເປົ້າໝາຍສູ້ຊົນເຮັດໃຫ້ເສດຖະ ກິດ ຂະຍາຍຕົວເພີ່ມຂຶ້ນ ໃນລະດັບ 6% , ມູນຄ່າລວມຍອດຜະລິດຕະພັນພາຍໃນ ສະເລ່ຍໃສ່ປະຊາກອນໃຫ້ບັນລຸໄດ້ປະມານ 21,9 ລ້ານກີບຕໍ່ຄົນຕໍ່ປີ ແຕ່ເພື່ອບັນລຸຕົວເລກເປົ້າໝາຍດັງກ່າວ ຕ້ອງມີທຶນເພື່ອພັດທະນາທັງໝົດ 1.223 ຕື້ກີບ. ທຶນຈໍານວນດັ່ງກ່າວເປັນການລົງທຶນຈາກງົບປະມານລັດ 73,38 ຕື້ກີບ ກວມເອົາ 6%, ທຶນຊ່ວຍເຫຼືອລ້າ ແລະ ກູ້ຢືມ 146,76 ຕື້ກີບ ກວມເອົາ 12%, ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ 1 ພັນຕື້ກວ່າກີບ ກວມເອົາ 82%. ສໍາລັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃນ 4 ເດືອນຕົ້ນປີ 2024 ສາມາດເກັບລາຍຮັບເຂົ້າງົບປະມານ ໄດ້ທັງໝົດ 131,66 ຕື້ກີບ ທຽບໃສ່ແຜນປີເທົ່າກັບ 44,12% ໃນນີ້, ລາຍຮັບພູດສູນກາງປະຕິບັດຢູ່ທ້ອງຖິ່ນ 25,57 ຕື້ກີບ ເທົ່າກັບ […]