ຊາຍໄວ 35 ຫຼອນຢາບ້າ ໃຊ້ມີດແທງແມ່ເສຍຊີວິດ ສ່ວນພໍ່ບາດເຈັບສາຫັດ

ໃນວັນທີ 14 ພຶດສະພາ 2025, ເຈົ້າໜ້າທີ່ ພະແນກຕໍາຫຼວດ ໜ່ວຍງານສືບສວນ – ສອບສວນ ຄະດີອາຍາ ກອງບັນຊາການ ປກສ ເມືອງວາປີ ແຂວງສາລະວັນ     ໄດ້ຮັບການລາຍງານຈາກເຈົ້າໜ້າທີ່ ປກສ ບໍລິການປະຊາຊົນຈຸດທີ 5 ວ່າ: ມີຄົນກໍ່ເຫດຄາດຕະກຳຢູ່ສວນມັນບ້ານຂະເໝົາ ເມືອງວາປີ ແຂວງສາລະວັນ ມີຜູ້ໄດ້ຮັບບາດເຈັບສາຫັດຄື ທ້າວ ຝ່າຍ ອາຍຸ 56 ປີ ແລະ ມີຜູ້ເສຍຊີວິດຄື ນາງ ສາຍ ອາຍຸ 55 ປີ.   ສ່ວນຜູ້ກໍ່ເຫດຄື ທ້າວ ໂກມ ອາຍຸ 35 ປີ ທັງສາມເປັນພໍ່ແມ່ລູກກັນ ຢູ່ບ້ານຂະເໝົາ ເມືອງ ວາປີ ແຂວງ ສາລະວັນ. ນາງ ແພງ ລູກສາວຂອງຜູ້ເສຍຊີວິດ ເຊິ່ງເປັນຜູ້ເຫັນເຫດການ ໃຫ້ຮູ້ວ່າ: […]

ສະຫະລັດ ສັ່ງກວດສອບເພດທະຫານໃນກອງທັບ ຫາກພົບເປັນຄົນຂ້າມເພດຈະຖືກເຊີນອອກ

ກະຊວງປ້ອງກັນປະເທດສະຫະລັດ ສັ່ງການ ໃຫ້ຜູ້ບັງຄັບບັນຊາກວດສອບທະຫານໃນກອງທັບສະຫະລັດ ວ່າມີທະຫານທີ່ເປັນຄົນຂ້າມເພດ ຫຼື ມີ “ພາວະບໍ່ມັກເພດ” ຫຼືບໍ່   ເມື່ອວັນທີ 15 ພຶດສະພາ ທີ່ຜ່ານມາ ກະຊວງປ້ອງກັນປະເທດສະຫະລັດຯ ມີຄຳສັ່ງໃຫ້ເຈົ້າໜ້າທີ່ກອງທັບດຳເນີນການກວດເຊັກທະຫານໃນໜ່ວຍຂອງຕົນເອງວ່າ ມີໃຜເປັນຄົນຂ້າມເພດຫຼືມີ “ພາວະບໍ່ມັກເພດ” (Gender Dysphoria) ຫຼືບໍ່ ຫາກມີ ຕ້ອງສົ່ງພວກເຂົາໄປກວດສຸຂະພາບເພື່ອໃຫ້ພວກເຂົາອອກຈາກລາຊະການທະຫານ   ເຈົ້າໜ້າທີ່ລະດັບສູງດ້ານປ້ອງກັນປະເທດໄດ້ກຳນົດຂັ້ນຕອນໃໝ່ນີ້ ເພື່ອປະຕິບັດຕາມຄຳສັ່ງຂອງປະທານາທິບໍດີສະຫະລັດຯ ໂດນັລດ໌ ທຣຳ ທີ່ຕ້ອງການຂັບໄລ່ທະຫານຂ້າມເພດອອກຈາກກອງທັບສະຫະລັດຯ   ພີຕ ເຮັກເຊທ ລັດຖະມົນຕີປ້ອງກັນປະເທດສະຫະລັດຯ   ຄຳສັ່ງໃໝ່ນີ້ລະບຸວ່າ ຜູ້ບັງຄັບບັນຊາຈະຕ້ອງໃຊ້ການກວດສຸຂະພາບປະຈຳປີຕາມປົກກະຕິທີ່ທະຫານຕ້ອງເຂົ້າຮັບໃນການກວດສອບວ່າ ມີທະຫານນາຍໃດແດ່ທີ່ເປັນຄົນຂ້າມເພດຫຼືມີພາວະບໍ່ມັກເພດ   ໃນທາງກັບກັນ ທະຫານຂ້າມເພດທີ່ບໍ່ສະໝັກໃຈເປີດເຜີຍຕົວຕົນອາດຖືກຜູ້ບັງຄັບບັນຊາຫຼືບຸກຄົນອື່ນທີ່ຮັບຮູ້ສະຖານະທາງການແພດຂອງພວກເຂົາເປີດເຜີຍໄດ້   ທັງນີ້ ພາວະບໍ່ມັກເພດນັ້ນມີຄວາມແຕກຕ່າງຈາກການເປັນຄົນຂ້າມເພດ ຖືເປັນພະຍາດທາງຈິດເວດ ເກີດຈາກບຸກຄົນນັ້ນໆ ມີຄວາມທຸກທໍລະມານຄັບຂ້ອງໃຈຢ່າງຍິ່ງຈາກເຫດທີ່ມີເພດສະພາບບໍ່ສອດຄ່ອງກັບເພດກຳເນີດ   ມີລາຍງານວ່າ ທະຫານປະຈຳການໃນກອງທັບສະຫະລັດຯ ຈະມີເວລາຈົນເຖິງວັນທີ 6 ມິຖຸນາ ໃນການສະແດງຕົວຕໍ່ກະຊວງປ້ອງກັນປະເທດໂດຍສະໝັກໃຈ ສ່ວນທະຫານໃນກອງກຳລັງພິທັກມາຕຸພູມແລະກອງໜຸນຈະມີເວລາຈົນເຖິງວັນທີ 7 ກໍລະກົດ […]

ທຽບອາການໂຄວິດ-19 VS ໄຂ້ຫວັດໃຫຍ່ ໃກ້ຄຽງແຕ່ບໍ່ຄືກັນ!

ໂຄວິດລະບາດຢ່າງໜັກຫຼັງເຂົ້າລະດູຝົນ ອາການຄ້າຍກັບໄຂ້ຫວັດໃຫຍ່ແຕ່ບໍ່ຄືກັນ ຮູ້ກ່ອນຮັບມືທັນ ຊ່ວຍບັນເທົາອາການໄດ້ບໍ່ໜັກ ຟື້ນຕົວໄວ   ຊ່ວງລະດູຝົນທີ່ເຮັດໃຫ້ການແຜ່ລະບາດຂອງພະຍາດຕິດເຊື້ອໃນລະບົບທາງເດີນຫາຍໃຈງ່າຍຂຶ້ນ ເຮັດໃຫ້ໂຄວິດ 19 ກັບມາລະບາດອີກຄັ້ງ ຊຶ່ງຍັງມີທັງຜູ້ຕິດເຊື້ອ ປ່ວຍໜັກ ແລະ ເສຍຊີວິດ ເຮັດໃຫ້ຫຼາຍຄົນເລີ່ມກັງວົນວ່າອາການຄັ່ນເນື້ອຄັ່ນຕົວ ທີ່ເປັນຢູ່ ຫຼື ກຳລັງຈະເປັນນີ້ ເປັນຫຍັງກັນແນ່ ໄຂ້ຫວັດໃຫຍ່ ຫຼື ໂຄວິດ 19 ທີ່ເປັນຕາຍ້ານບໍ່ແພ້ກັນ ອີກທັງຍັງມີລັກສະນະອາການໃກ້ຄຽງກັນ ຕັ້ງແຕ່ອາການເລັກນ້ອຍໄປຈົນຮອດຮຸນແຮງ     ໂຄວິດ VS ໄຂ້ຫວັດໃຫຍ່   ພະຍາດໂຄວິດ-19 ການຕິດເຊື້ອ ບາງຄົນອາດມີອາການຮຸນແຮງບໍ່ຫຼາຍ ມີລັກສະນະຄືກັບໄຂ້ຫວັດທົ່ວໄປ ຂະນະທີ່ບາງຄົນມີອາການຮຸນແຮງຫຼາຍ ເຮັດໃຫ້ເກີດປອດອັກເສບໄດ້   ອາການພະຍາດໂຄວິດ-19   ໄຂ້ ຮູ້ສຶກເມື່ອຍລ້າ ໄອແຫ້ງໆ ຫາຍໃຈໄດ້ລຳບາກ ບາງຄັ້ງອາດມີອາການເຈັບຄໍ   ທັງນີ້ພະຍາດນີ້ສາມາດຫາຍໄດ້ເອງ ຮູບແບບການປິ່ນປົວເປັນໄປຕາມອາການທີ່ແຕກຕ່າງກັນໃນແຕ່ລະບຸກຄົນ ການເຮັດຄວາມເຂົ້າໃຈກ່ຽວກັບໄວຣັສຊະນິດນີ້ຈະຊ່ວຍໃຫ້ດູແລສຸຂະພາບ ສຸຂະອະນາໄມ ແລະ ສາມາດປ້ອງກັນຕົນເອງໄດ້ຢ່າງຖືກວິທີ   ພະຍາດໄຂ້ຫວັດໃຫຍ່ […]

ແຈ້ງການມອດວັນ ວັນທີ 17,18/05/2025

ແຈ້ງການມອດວັນ ວັນທີ 17,18/05/2025 ລາຍລະອຽດດັ່ງລຸ່ມນີ້:                       ທີ່ມາ: EDL LAOS ລັດວິສາຫະກິດໄຟຟ້າລາວ ສາຂານະຄອນຫຼວງ1

ຈີນ-ກຳປູເຈຍເປີດສາກຊ້ອມຮົບ “ມັງກອນທອງ” ທະຫານກວ່າ 2 ພັນນາຍ-ຈັດເຕັມອາວຸດສຸດໄຮເທັກ

ຈີນ-ກຳປູເຈຍເປີດສາກຊ້ອມຮົບ – ວັນທີ 15 ພຶດສະພາ ສະເຕຣັດທາມສ໌ ລາຍງານວ່າ ຈີນ ແລະ ກຳປູເຈຍເປີດສາກຊ້ອມຮົບຮ່ວມຄັ້ງໃຫຍ່ທີ່ສຸດເມື່ອວັນທີ 14 ພຶດສະພາ ໂດຍມີທະຫານຈີນເກືອບ 900 ນາຍ ແລະທະຫານກຳປູເຈຍກວ່າ 1,300 ນາຍເຂົ້າຮ່ວມການຊ້ອມຮົບທີ່ມີການໃຊ້ອຸປະກອນທາງທະຫານຂັ້ນສູງຂອງຈີນ   ລວມເຖິງຍານເກາະ ປືນໃຫຍ່ ເຮລິຄອບເຕີ ເຮືອຮົບ ໂດຣນລາດຕະເວນ ຫຸ່ນຍົນຮົບສຸນັກ ແລະຈະຝຶກຊ້ອມຈົນເຖິງວັນທີ 28 ພຶດສະພາ ຄວາມເຄື່ອນໄຫວດັ່ງກ່າວເຮັດໃຫ້ສະຫະລັດອາເມລິກາວິຕົກກັງວົນວ່າຈີນກຳລັງໃຊ້ຖານທັບເຮືອກຳປູເຈຍທີ່ປັບປຸງໃໝ່ເພື່ອຂະຫຍາຍອິດທິພົນໃນພູມິພາກອາຊີຕາເວັນອອກສ່ຽງໃຕ້     ໂຄສົກກອງທັບກຳປູເຈຍ (ອາຣ໌ຊີເອເອຟ) ລະບຸໃນຖະແຫຼງການວ່າການຊ້ອມຮົບປະຈຳປີຈະ “ພັດທະນາຄວາມສຳພັນແລະຄວາມຮ່ວມມືທີ່ເລິກເຊິ່ງຍິ່ງຂຶ້ນລະຫວ່າງກອງທັບຂອງທັງສອງປະເທດ ການຊ້ອມຮົບຄັ້ງນີ້ມີກຳລັງພົນແລະອຸປະກອນຫຼາຍກວ່າປີທີ່ແລ້ວ”   ຂະນະທີ່ ທ່ານອູ ວິຣັກ ນັກວິເຄາະການເມືອງກຳປູເຈຍ ໃຫ້ສຳພາດວ່າຈີນຕ້ອງການສະແດງພະລັງ ແລະ ສົ່ງສັນຍານວ່າຈີນເປັນມະຫາອຳນາດຜ່ານການຊ້ອມຮົບຮ່ວມທີ່ເອີ້ນວ່າ “ມັງກອນທອງ” ແນ່ນອນວ່າຈີນກຳລັງພະຍາຍາມຂະຫຍາຍອິດທິພົນພາຍໃນພູມິພາກ     ລວມທັງສ້າງຄວາມເຊື່ອໝັ້ນໃນກຸ່ມປະເທດພັນທະມິດວ່າຈີນກຳລັງເຕີບໂຕ ຂະຫຍາຍຕົວ ແລະ ແຂງແກ່ງຂຶ້ນ ທັງໃນດ້ານຂະໜາດ ຄວາມກ້າວໜ້າທາງເຕັກໂນໂລຢີ ແລະ […]

ສານຈີນຕັດສິນປະຫານຊີວິດອະດີດປະທານຊິງຫົວ ຢູນິກຣຸບ ທຸຈະລິດ-ຍັກຍອກເງິນ 470 ລ້ານຫຍວນ

ສານຈີນສັ່ງລົງໂທດປະຫານຊີວິດ “ຈ້າວ ເວ່ຍກັ໋ວ” ອະດີດຊີອີໂອບໍລິສັດຊິງຫົວ ຢູນິກຣຸບ ຍັກໃຫຍ່ຜູ້ຜະລິດຊິບຂອງຈີນ ຖານສະແຫວງຫາຜົນປະໂຫຍດໃຫ້ແກ່ຄອບຄົວແລະພວກພ້ອງ ທຸຈະລິດ-ຍັກຍອກເງິນ 470 ລ້ານຫຍວນ ສານໃຫ້ລໍຖ້າລົງອາຍາ 2 ປີ ພ້ອມສັ່ງປັບອີກ 12 ລ້ານຫຍວນ     ວັນທີ 15 ພຶດສະພາ 2025 ສະຖານີໂທລະທັດຊີຊີທີວີ ຂອງຈີນ ລາຍງານວ່າ ສານໃນແຂວງຈີ໋ຫຼິນ ຂອງຈີນມີຄຳພິພາກສາ ທ້າວ ຈ້າວ ເວ່ຍກັ໋ວ ອະດີດປະທານບໍລິສັດຊິງຫົວ ຢູນິກຣຸບ ກຸ່ມທຸລະກິດບໍລິສັດຜູ້ຜະລິດຊິບລາຍໃຫຍ່ຂອງຈີນ ໃຫ້ຮັບໂທດປະຫານຊີວິດແບບລໍຖ້າລົງອາຍາເປັນເວລາ 2 ປີ   ຂໍ້ຫາທຸຈະລິດແລະຍັກຍອກເງິນຫຼວງເປັນມູນຄ່າ 470 ລ້ານຫຍວນ  ໂດຍມີການໃຊ້ອຳນາດໃນທາງບໍ່ເປັນທຳ ເພື່ອສະແຫວງຫາຜົນປະໂຫຍດໃຫ້ແກ່ຄອບຄົວ ແລະ ພວກພ້ອງ ລວມເຖິງສ້າງຄວາມເສຍຫາຍຕໍ່ຜົນປະໂຫຍດຂອງບໍລິສັດຈົດທະບຽນໃນຕະຫຼາດຫຼັກຊັບ   ຄຳພິພາກສາລະບຸວ່າ ຫາກ ທ່າວ ຈ້າວ ເວ່ຍກັ໋ວ ບໍ່ກະທຳຜິດຊ້ຳໃນຊ່ວງເວລາລໍຖ້າລົງອາຍາ 2 ປີ ໂທດປະຫານຈະຖືກປ່ຽນເປັນຈຳຄຸກຕະຫຼອດຊີວິດໂດຍບໍ່ມີການຫຼຸດຜ່ອນໂທດໃດໆ […]

“ຫຸ່ນຍົນມະນຸດ” Atlas ກຽມບຸກໂຮງງານ “Hyundai” ເຮັດວຽກໜັກແທນມະນຸດ

ບອສຕັນໄດນາມິກສ໌ (Boston Dynamics) ບໍລິສັດຜູ້ນຳດ້ານເຕັກໂນໂລຢີຫຸ່ນຍົນຮິວແມນນອຍດ໌ ຫຼື ຫຸ່ນຍົນຄ້າຍຄືມະນຸດ ປະກາດກຽມສົ່ງຫຸ່ນຍົນມະນຸດລຸ້ນຫຼ້າສຸດຢ່າງ ແອັດລາສ (Atlas) ເຂົ້າທົດລອງເຮັດວຽກໃນໂຮງງານຜະລິດຂອງຮຸນໄດ ມໍເຕີ ກຣຸບ (Hyundai Motor Group) ໃນສະຫະລັດອາເມລິກາພາຍໃນປີນີ້ ເພື່ອເປັນການບູລະນາການເຕັກໂນໂລຢີຫຸ່ນຍົນລ້ຳສະໄໝເຂົ້າສູ່ຂະບວນການຜະລິດຍານຍົນ     ສຳລັບຫຸ່ນຍົນ ແອັດລາສ (Atlas) ເປັນຫຸ່ນຍົນທີ່ມີຈຸດເດັ່ນຄືການໃຊ້ລະບົບມໍເຕີໄຟຟ້າທີ່ມີນ້ຳໜັກເບົາແຕ່ແຂງແຮງ ຊ່ວຍໃຫ້ຫຸ່ນຍົນເຄື່ອນໄຫວຂໍ້ຕໍ່ໄດ້ດີ ສາມາດສະແດງທ່າທາງ ທຳລາຍຂີດຈຳກັດການເຄື່ອນໄຫວຕາມທຳມະຊາດຂອງມະນຸດ ເຊັ່ນ: ການໝຸນກັບດ້ານຂອງແຂນ ຂາ ແລະລຳຕົວໃນລັກສະນະ 180 ອົງສາ ເຮັດໃຫ້ມັນສາມາດຮອງຮັບການເຄື່ອນໄຫວ ແລະການໃຊ້ງານໄດ້ຫຼາກຫຼາຍ   ການນຳໄປໃຊ້ໃນໂຮງງານຜະລິດຍານຍົນຂອງຮຸນໄດ ຈະເປັນສ່ວນງານຜະລິດທີ່ເນັ້ນການປະຕິບັດງານທີ່ຊັບຊ້ອນ ເຊັ່ນ: ການຄັດແຍກຊິ້ນສ່ວນລົດຍົນ ແລະ ການເຄື່ອນຍ້າຍຂອງໜັກແທນມະນຸດ ເພື່ອຫຼຸດຄວາມສ່ຽງຕໍ່ຜົນກະທົບດ້ານສຸຂະພາບຂອງແຮງງານ ແລະ ຍັງເປັນການຊ່ວຍຫຼຸດຄວາມສ່ຽງຕ່າງໆ ທີ່ຈະເກີດຂຶ້ນກັບແຮງງານມະນຸດອີກດ້ວຍ   ທາງດ້ານຂອງບໍລິສັດຜູ້ຜະລິດຫຸ່ນຍົນເປີດເຜີຍວ່າ ເປົ້າໝາຍຫຼັກຂອງໂຄງການນີ້ ຄືເພື່ອທົດສອບການໃຊ້ງານຫຸ່ນຍົນໃນພາກການຜະລິດ ແລະ ເພື່ອທົດສອບວ່າຫຸ່ນຍົນແອັດລາສ ສາມາດເຮັດວຽກທີ່ຕ້ອງໃຊ້ແຮງ ແລະ ເຮັດໜ້າທີ່ແທນມະນຸດໄດ້ແບບໃດແດ່ ເພື່ອພັດທະນາໃຫ້ມັນສາມາດຕອບໂຈດການໃຊ້ໃນໂຮງງານຫຼາຍຍິ່ງຂຶ້ນ […]

“G-Token” ຊັບສິນດິຈິຕອນຮູບແບບໃໝ່ ໄທກຽມອອກເປັນປະເທດທຳອິດຂອງໂລກ

ລັດຖະບານໄທກຽມເປີດຕົວ “G-Token” ຫຼື Government Token ຊຶ່ງເປັນໂທເຄນດິຈິຕອນທີ່ອອກໂດຍກະຊວງການຄັງ ເພື່ອໃຊ້ເປັນເຄື່ອງມືລະດົມທຶນຮູບແບບໃໝ່ຂອງພາກລັດ   ໂດຍອາໄສເຕັກໂນໂລຢີ ບລັອກເຊນ (Blockchain) ໃນການອອກແລະຊື້ຂາຍຊັບສິນດິຈິຕອນຊະນິດນີ້ ໂຄງການ G-Token ນັບເປັນຄັ້ງທຳອິດຂອງໂລກທີ່ລັດຖະບານຈັດຕັ້ງໂທເຄນໃນລັກສະນະນີ້ຢ່າງເປັນທາງການ ໂດຍມີຈຸດມຸ່ງໝາຍເພື່ອເພີ່ມທາງເລືອກໃນການລົງທຶນແລະການອອມໃຫ້ກັບປະຊາຊົນ ພ້ອມທັງສົ່ງເສີມລະບົບເສດຖະກິດດິຈິຕອນຂອງປະເທດ   G-Token ບໍ່ແມ່ນຄຣິບໂຕເຄີເຣນຊີ G-Token ບໍ່ແມ່ນ “ເງິນຕາ” ແລະ ບໍ່ແມ່ນ “ຄຣິບໂຕເຄີເຣນຊີ” (Cryptocurrency) ແບບທີ່ຫຼາຍຄົນຄຸ້ນເຄີຍ ເຊັ່ນ: Bitcoin ຫຼື Ethereum ແຕ່ມີລັກສະນະໃກ້ຄຽງກັບພັນທະບັດອອມຊັບຂອງລັດຖະບານທີ່ຖືກແປງໃຫ້ຢູ່ໃນຮູບແບບດິຈິຕອນ ໂດຍປະຊາຊົນສາມາດຊື້ຂາຍ G-Token ຜ່ານສູນຊື້ຂາຍຊັບສິນດິຈິຕອນທີ່ໄດ້ຮັບໃບອະນຸຍາດ ຫຼື ຜ່ານແອັບພລິເຄຊັນອອນລາຍທີ່ກຳນົດ   ຈຸດເດັ່ນຂອງ G-Token   ປະຊາຊົນສາມາດເລີ່ມຕົ້ນຊື້ G-Token ໄດ້ໃນລາຄາຂັ້ນຕ່ຳພຽງ 1 ບາດຕໍ່ໜ່ວຍ ຊຶ່ງຖືວ່າເຂົ້າເຖິງງ່າຍແລະເປີດໂອກາດໃຫ້ຜູ້ມີລາຍໄດ້ນ້ອຍສາມາດລົງທຶນແລະອອມເງິນກັບພາກລັດໄດ້ສະດວກ   ການລົງທຶນໃນ G-Token ມີຄວາມໜ້າເຊື່ອຖື ເນື່ອງຈາກລັດຖະບານເປັນຜູ້ອອກແລະຄ້ຳປະກັນທັງເງິນຕົ້ນແລະດອກເບ້ຍ ຕາມເງື່ອນໄຂທີ່ລະບຸໄວ້ໃນແຕ່ລະຮອບການອອກໂທເຄນ   […]

4 ລາສີ ດວງພຸ່ງແຮງ ຮັບຊັບລົ້ນມື ຊ່ວງນີ້ດວງປັງທຸກເລື່ອງ

“4 ລາສີ ຊ່ວງນີ້ດວງປັງທຸກເລື່ອງ ກຽມຕົວເຮກັນໃຫ້ສຸດສຽງ ເພາະມື້ນີ້ດວງດາວເປັນໃຈ ສົ່ງພະລັງບວກມາແບບຈັດເຕັມ ໃຫ້ກັບ 4 ລາສີ ທີ່ຊ່ວງນີ້ບອກເລີຍວ່າ ດວງພຸ່ງແຮງແຊງທຸກໂຄ້ງ ບໍ່ວ່າຈະເລື່ອງເງິນ ເລື່ອງວຽກ ເລື່ອງຄວາມຮັກ ຫຼື ເລື່ອງໂຊກລາບ ກໍປັງ   ຊະນິດທີ່ໃຜເຫັນເປັນຕ້ອງອິດສາ ໂດຍສະເພາະເລື່ອງຊັບສິນ ບອກເລີຍວ່າມີເກນ ຮັບຊັບລົ້ນມື ຈົນກະເປົາຕຸງຕາມໃຈຫວັງ ຢາກຮູ້ແລ້ວໃຊ່ບໍ່ລະ ວ່າ 4 ລາສີສຸດເຮັງນັ້ນຄືລາສີໃດແດ່… ນຳມາເບິ່ງກັນເລີຍ”   ລາສີພຶດສະພາ:   ດາວການເງິນໂຄຈອນຢູ່ໃນຕຳແໜ່ງທີ່ດີ ສົ່ງຜົນໃຫ້ມີໂອກາດໄດ້ຮັບຊັບຈາກການເຮັດວຽກ ຫຼື ການລົງທຶນ ລວມເຖິງອາດມີຜູ້ໃຫຍ່ໃຫ້ການສະໜັບສະໜຸນດ້ານການເງິນ ສິ່ງສັກສິດທີ່ທ່ານເຄົາລົບຈະຊ່ວຍເສີມໃຫ້ເກີດໂຊກລາບ   ລາສີສິງ:   ມີເກນໄດ້ຮັບຄວາມກ້າວໜ້າທາງການເງິນ ອາດມາຈາກການເລື່ອນຕຳແໜ່ງ ໄດ້ຮັບໂບນັດ ຫຼື ມີຊ່ອງທາງທຸລະກິດໃໝ່ໆ ສິ່ງສັກສິດທີ່ທ່ານສັດທາຈະຊ່ວຍເປີດທາງໃຫ້ການເງິນຂອງທ່ານໝັ້ນຄົງແລະເຕີບໂຕ   ລາສີພິຈິກ :   ເປັນຊ່ວງທີ່ການເງິນມີຄວາມຄ່ອງຕົວຫຼາຍຂຶ້ນ ມີໂອກາດໄດ້ຮັບເງິນຈາກຊ່ອງທາງທີ່ບໍ່ຄາດຄິດ ຫຼື ໄດ້ຮັບການຊ່ວຍເຫຼືອຈາກຄົນໃກ້ຊິດ ສິ່ງສັກສິດຈະປະທານພອນໃຫ້ທ່ານມີສະພາບຄ່ອງທາງການເງິນທີ່ດີຂຶ້ນ […]

ສຈ.ອາຍຸເກືອບຮ້ອຍປີ ແຊຣ໌ເຄັດລັບ “ກິນໜ້ອຍ” ແບບຄົນຍີ່ປຸ່ນ ຍືດອາຍຸຍືນຂຶ້ນ 20%

ສາດສະຕາຈານ ອາຍຸ 96 ປີ ເຜີຍເຄັດລັບການຍືດອາຍຸໃຫ້ຍືນຍາວຂຶ້ນ 20% ງານວິໄຈຂອງອາເມຣິກາສະໜັບສະໜູນ ສ່ວນຍີ່ປຸ່ນເຮັດມານານແລ້ວ   ສາດສະຕາຈານຊິລວິໂອ ກາຣັດຕິນີ (Silvio Garattini) ອາຍຸ 96 ປີ ຜູ້ກໍ່ຕັ້ງແລະຜູ້ອຳນວຍການສະຖາບັນວິໄຈເພສັດວິທະຍາ Mario Negri ປະເທດອິຕາລີ ເປີດເຜີຍເຄັດລັບງ່າຍໆ ທີ່ອາດຊ່ວຍໃຫ້ມະນຸດມີອາຍຸຍືນຍາວຂຶ້ນເຖິງ 20% ພຽງແຄ່ “ກິນໃຫ້ໜ້ອຍລົງກວ່າທີ່ຄິດວ່າພໍແລ້ວເລັກນ້ອຍ”   “ຄວນລຸກຈາກໂຕະອາຫານຕອນທີ່ຍັງຮູ້ສຶກຫິວໜ້ອຍໜຶ່ງ” ສຈ.ກາຣັດຕິນີ ກ່າວກັບນິຕະຍະສານ Men’s Health ໂດຍຢ້ຳວ່າ ການກິນອາຫານໜ້ອຍລົງປະມານ 30% ຈາກທີ່ຮ່າງກາຍເຄີຍໄດ້ຮັບ ອາດຊ່ວຍຍືດອາຍຸໄຂໄດ້ເຖິງ 20% ຊຶ່ງແນວຄິດນີ້ບໍ່ໄດ້ເປັນພຽງຄວາມເຊື່ອສ່ວນບຸກຄົນ ແຕ່ໄດ້ຮັບການສະໜັບສະໜູນຈາກງານວິໄຈວິທະຍາສາດລະດັບນານາຊາດ   ງານວິໄຈຈາກສະຫະລັດຯ ຊີ້ຊັດ ** ລົດແຄລໍຣີ 15% ຊະລໍວັຍ-ລົດໂລກ ** ໂດຍງານວິໄຈພາຍໃຕ້ຊື່ CALERIE ທີ່ຕີພິມໃນວາລະສານ Cell Metabolism ປີ 2018   […]