ເດັກນ້ອຍປີນເອົານ້ຳ ຕູ້ລົ້ມທັບ ເຈົ້າຂອງຮ້ານຟ້າວຍົກຕູ້ອອກ ເຫຼືອເຊື່ອລອດຊີວິດໂດຍບໍ່ມີບາດແຜ

ເດັກນ້ອຍຈີນຢິບນ້ຳບໍ່ເຖິງ ປີນຂຶ້ນຕູ້ຈົນຕູ້ທັບໝົດທັງໂຕ. ເຈົ້າຂອງຮ້ານຮີບຟ້າວມາຊ່ວຍຍົກອອກ. ຄວາມລອດຕາຍປະຕິຫານ ບໍ່ມີຮອດຮອຍແປ້ວ ພາບຈາກກ້ອງວົງຈອນປິດບັນທຶກສຸດເປັນຕາຢ້ານ ເຫດການດັ່ງກ່າວເກີດຂຶ້ນໃນຮ້ານສະດວກຊື້ແຫ່ງໜຶ່ງໃນເມືອງ Huizhou, ແຂວງກວາງຕຸ້ງ, ປະເທດຈີນ, ເຮັດໃຫ້ຫົວໃຈຂອງຫຼາຍຄົນຢຸດເຕັ້ນ. ໂດຍເດັກນ້ອຍກຸ່ມໜຶ່ງຢືນຢູ່ອ້ອມຕູ້ເຢັນຂະໜາດໃຫຍ່ທີ່ເຕັມໄປດ້ວຍເຄື່ອງດື່ມ. ເດັກຊາຍຄົນໜຶ່ງເປີດຕູ້ເຢັນແລະຢາກຊື້ນ້ຳ. ແຕ່ເນື່ອງຈາກຂະຫນາດຂອງຕູ້ແມ່ນໃຫ່ຍ, ແລະບໍ່ສາມາດຢື້ໄປຫານ້ຳຢູ່ຊັ້ນເທິງໄດ້ ສະນັ້ນລາວຈຶ່ງປີນຂຶ້ນໄປຕູ້ເຢັນເພື່ອເອົານໍ້າຂວດທີ່ລາວຕ້ອງການ. ທັນໃດນັ້ນ, ຕູ້ເຢັນຂະໜາດໃຫຍ່ໄດ້ລົ້ມລົງມາທັບເອົາໂຕເດັກນ້ອຍຈົນບໍ່ເຫັນໂຕຂອງລາວແລະ ໃນຂະນະທີ່ຂວດນ້ໍາກໍ່ຕົກກະຈາຍໄປທົ່ວພື້ນ. ເຈົ້າຂອງຮ້ານຮູ້ເຫດການຈຶ່ງຟ້າວໄປຊ່ວຍຍົກຕູ້ເຢັນອອກຈາກຮ່າງກາຍຂອງເດັກ ໂດຍໃຊ້ກໍາລັງທັງຫມົດທີມາເພື່ອຊ່ວຍບໍ່ໃຫ້ເດັກຖືກທັບດ້ວຍນ້ໍາຫນັກຂອງຕູ້ເຢັນ. ຫຼັງຈາກນັ້ນ, ເຈົ້າຂອງຮ້ານກໍ່ໄດ້ນຳຕູ້ເຢັນດັ່ງກ່າວກັບສູ່ຕໍາແຫນ່ງເດີມ. ສ່ວນເດັກຊາຍໂຊກດີທີ່ລອດຊີວິດຢ່າງປະຕິຫານ. ໂດຍບໍ່ມີບາດແຜໃດໆ
ເນັດໄອດໍ້ດື່ມເຫຼົ້າຂາວ 4 ຂວດ ກ່ອນງຽບໄປພົບອີກຄັ້ງກໍ່ເສຍຊີວິດແລ້ວ

ໂຊຊ້ຽວຕົກໃຈ ເນັດໄອດໍ້ ອາຍຸ 34 ປີ ດື່ມເຫຼົ້າຂາວ 4 ແກ້ວ ກ່ອນຫາຍຕົວງຽບໄປ. ໝູ່ມາພົບກັບພົບວ່າເປັນສົບ ສື່ສັງຄົມຂອງຈີນຕົກໃຈ ຫຼັງຈາກ ສະຈີມເມີທີ່ມີຊື່ສຽງໂດ່ງດັງ “Brother Sanqian” ຫຼື “Hia Sanqian” ໄດ້ເສຍຊີວິດກະທັນຫັນ. ໂດຍປະກົດຕົວເທື່ອສຸດທ້າຍຂອງລາວແມ່ນການ ໄລ້ສົດ ເຊິ່ງເປັນຟິວເຈີ້ ໜຶ່ງໃນແອບພິເຄຊັ້ນໄລ້ສົດ ທີ່ຈະໃຫ້ສະຕີມເມີເຂົ້າມາແຂ່ງຂັນກັນໂດຍ Hia Sanqian ໄດ້ດື່ມ Baijiu ຫຼືເຫຼົ້າຂາວຈີນໄປ 4 ແກ້ວແລ້ວຫາຍໄປໃນຄວາມງຽບ. ກ່ອນທີ່ຈະມີຂ່າວວ່າລາວໄດ້ເສຍຊີວິດແລ້ວ ລາຍງານເປີດເຜີຍວ່າ Hye Sanqian ຫຼືຊື່ແທ້ແມ່ນ ທ່ານ Wang Moufeng ອາຍຸ 34 ປີ ໄດ້ຖ່າຍທອດສົດຕັ້ງແຕ່ຕອນແລງຂອງວັນທີ 15 ພຶດສະພາ, ໂດຍລາວໄດ້ຖອກເຫຼົ້າຂາວ 3 ຈວດໃຫຍ່. ກ່ອນຈະຍົກທີ່ຈະຍົກກິນໝົດຈອກ ຈາກນັ້ນກໍ່ເປີດເຫຼົ້າຂາວຂວດທີ 4 ແລ້ວດື່ມໄປອີກ ຢ່າງໃດກໍ່ຕາມ, ຕາມກົດລະບຽບຂອງແພດຟອມ, ບໍ່ອະນຸຍາດໃຫ້ມີເຄື່ອງດື່ມແອວກໍຮໍ […]
ແຂວງ ໄຊຍະບູລີ ໄດຈັດພິທີເຊັນສັນຍາ ໂຄງການປູກຖົ່ວເຫຼືອງຝັກສົດ ເພື່ອເປັນສີນຄ້າສົ່ງອອກໄປ ສປ ຈີນ

ວັນທີ 9 ພຶດສະພາ 2023 ນີ້ ຢູ່ທີຫໍປະຊຸມຫ້ອງວ່າການເມືອງ ເມືອງເງິນ ແຂວງ ໄຊຍະບູລີ ໄດຈັດພິທີເຊັນສັນຍາ ໂຄງການປູກຖົ່ວເຫຼືອງຝັກສົດ ລະດູແລ້ງ ໃນຮູບແບບເຊົ່າດິນນາ ຂອງປະຊາຊົນ ເພື່ອເປັນສີນຄ້າສົ່ງອອກໄປ ສປ ຈີນ, ລະຫວ່າງ ອົງການປົກຄອງເມືອງເງິນ ຕາງໜ້າໂດຍ: ຫ້ອງການແຜນການ ແລະ ການລົງທືນ ກັບບໍລິສັດຈູນລຽນໄຊນາ-ລາວ ຈຳກັດ. ທ່ານ ປີ່ນແກ້ວ ປ້ອງຄຳ ຫົວໜ້າຫ້ອງການແຜນການ ແລະ ການລົງທືນ ເມືອງ ກໍໄດ້ຂື້ນກ່າວ ຈຸດປະສົງ ແລະຜ່ານຂໍ້ຕົກລົງ ຂອງທ່ານເຈົ້າເມືອງ-ເມືອງເງິນ ສະບັບເລກທີ 188/ຈມ,ມງ ລົງວັນທີ 9 ພຶດສະພາ 2023 ວ່າດ້ວຍ ການອະນຸຍາດໃຫ້ບໍລິສັດຈູນລຽນໄຊນາ-ລາວ ຈຳກັດ ປູກຖົ່ວເຫຼືອງຝັກສົດ ລະດູແລ້ງ ໃນທ້າຍປີ 2023 ຫາຕົ້ນປີ 2024 ໃນຮູບແບບເຊົ່າດີນນາ ຂອງປະຊາຊົນ ເພື່ອ ເປັນສີນຄ້າສົ່ງອອກໄປ […]
ຍີ່ປຸ່ນ ສືບຕໍ່ຊ່ວຍພັດທະນາ ຊັບພະຍາກອນມະນຸດ ແກ່ລາວ

ວັນທີ 22 ພຶດສະພາ 2023, ກະຊວງການຕ່າງປະເທດ ໄດ້ມີພິທີລົງນາມເອກະສານແລກປ່ຽນໂຄງການທຶນການສຶກສາ ເພື່ອ ການພັດທະນາຊັບພະຍາກອນມະນຸດ(ລະດັບປະ ລິນຍາໂທ ແລະ ປະລິນ ຍາເອກ) ຫລື ທຶນ JDS, ມູນຄ່າ 343 ລ້ານເຢັນ ຈາກ ລັດຖະບານຍີ່ປຸ່ນ ໃຫ້ ແກ່ ລັດຖະບານສປປ ລາວ ຕາງໜ້າຝ່າຍລາວ ລົງນາມໂດຍທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຝ່າຍຍີ່ປຸ່ນ ລົງນາມໂດຍທ່ານ ໂຄບະຢະຊິ ເຄນອິຈິ (KOBAYA SHI Kenichi) ເອກອັກ ຄະຣາຊະທູດ ຍີ່ປຸ່ນ ປະຈໍາ ສປປ ລາວ ມີບັນດາຜູ້ຕາງໜ້າຈາກຂະແໜງ ການກ່ຽວຂ້ອງສອງຝ່າຍ ລາວ ແລະ ຍີ່ປຸ່ນ ເຂົ້າຮ່ວມເປັນສັກຂີພິຍານ. ທຶນ JDS ແມ່ນ ທຶນການສຶກສາ ລະດັບປະລິນຍາໂທ ແລະ […]
ກົມອຸຕຸນິຍົມແລະອຸທົກກະສາດ ຄາດຄະເນສະພາບອາກາດ ໃນໄລຍະວັນທີ 22 ຫາ 28 ພຶດສະພາ 2023

ກົມອຸຕຸນິຍົມແລະອຸທົກກະສາດ ຄາດຄະເນສະພາບອາກາດ ໃນໄລຍະວັນທີ 22 ຫາ 28 ພຶດສະພາ 2023 ຄວາມກົດດັນຕໍ່າຂອງອາກາດຮ້ອນ ຈະປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງປານກາງ ສົມທົບກັບກະແສລົມຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫ່ຍ, ຊື່ງຈະເຮັດໃຫ້ອາກາດຮ້ອນ ຫາ ຮ້ອນເອົ້າ ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງເປັນບາງໂອກາດ ໃນແຕ່ລະພາກ ແລະ ຕົກໜັກຢູ່ບາງທ້ອງຖີ່ນແຂວງພາກກາງ. ພາກເໜືອດ້ານຕາເວັນອອກ: ໃນໄລຍະວັນທີ 22 ຫາ 28 ພຶດສະພາ 2023 ອາກາດຮ້ອນ ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປ, ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖີ່ນ. ອຸນຫະພູມຕໍ່າສຸດ18 – 21 ອົງສາ ແລະ ສູງສຸດ 30 – 33 ອົງສາ. ພາກເໜືອດ້ານຕາເວັນຕົກ: ໃນໄລຍະວັນທີ 22 ຫາ 28 ພຶດສະພາ 2023 […]
ດວງລາຍວັນປະຈໍາວັນອັງູຄານ ທີ 23 ພຶດສະພາ 2023 ຕາມແຕ່ລະວັນເກີດ

ຄົນເກີດວັນອາທິດ:ການງານຈະຖືກເອົາປຽບໃນເລື່ອງການງານສໍາລັບເພື່ອຮ່ວມງານທີ່ທ່ານບໍ່ຄວນໄວ້ໃຈ ການເງິນດ້ານການເງິນຢູ່ໃນພາວະຄ່ອງຕົວ ຈຶ່ງເປັນເຫດໃຫ້ທ່ານໃຊ້ຈ່າຍຫຼາຍກວ່າປົກກະຕິ ຄວາມຮັກລະວັງຈະຕົກຢູ່ໃນສະຖານະການຮັກຊ້ອນກໍເປັນໄປໄດ້ ເຄື່ອງມຸງຄຸນຄໍາຝຣັ່ງ ສີມຸງຄຸນສີແດງ ເລກນຳໂຊກ5 ຄົນເກີດວັນຈັນ:ການງານການເຮັດທຸລະກິດໃນໄລຍະນີ້ມີໂອກາດໄດ້ຮັບຜົນກຳໄລຫລາຍ ການເງິນພີ່ນ້ອງຫຼືບໍລິວານຈະຄອຍຖ້າຊ່ວຍເຫລືອດ້ານການເງິນ ຄວາມຮັກຈະພົບຮັກກັບຄົົນທີ່ມີອາຍຸແຕກຕ່າງກັນຫລາຍ ເຄື່ອງມຸງຄຸນ ແຫວນຄໍາ ສີມຸງຄຸນສີເຫຼືອງ ເລກນຳໂຊກ4 ຄົນເກີດວັນອັງຄານ:ການງານຊ່ວງນີ້ໃຊ້ຄວາມມຸ່ງໝັ້ນ ແລະ ຄວາມຂະຫຍັນເປັນພິເສດເຮັດວຽກຫຍັງກໍຈະສຳເລັດ ການເງິນຊ່ວງນີ້ໂຊກດີຫລາຍໆ ຈະໄດ້ຮັບຊັບ ຮັບເງິນກ້ອນໃຫຍ່ ຄວາມຮັກຈະພົບຮັກກ່ຽວຂ້ອງກັບເລື່ອງທຸນກິດຈະການງານທີ່ເຮັດໃຫ້ຕ້ອງມາພົບກັນ ເຄື່ອງມຸງຄຸນຄໍາ ສີມຸງຄຸນສີສົ້ມອ່ອນ ເລກນຳໂຊກ0 ຄົນເກີດວັນພຸດ:ການງານ ພາລະກິດຂ້ອນຂ້າງວຽກຫລາຍເປັນພິເສດເພາະຜູ້ໃຫຍ່ຈະມອບພາລະກິດໃຫ້ ການເງິນມີໂຊກຈະໄດ້ເງິນກ້ອນໃຫຍ່ ອາດເປັນເງິນທີ່ທ່ານເກັບສະສົມໄວ້ກໍເປັນໄປໄດ້ ຄວາມຮັກຈະຕົກຢູ່ໃນສະຖານະການຮັກຊ້ອນ ໂດຍທີ່ທ່ານບໍ່ຮູ້ຕົວ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີດໍາ ເລກນຳໂຊກ8 ຄົນເກີດວັນພະຫັດ:ການງານໄລຍະນີ້ເຮັດທຸນກິດຈະການງານໃດໆ ກໍຈະເລີນຮຸ່ງເຮືອງຫລາຍຂຶ້ນ ການເງິນມີໂອກາດຮັບຊັບເກີດມີໂຊກ ເພາະຈະມີຜູ້ອຸປະຖໍາທາງດ້ານການເງິນ ຄວາມຮັກມີໂອກາດພົບຄົົນທີ່ມີສະເໜ່ ລັກສະນະຜິວຂາວ ເຄື່ອງມຸງຄຸນ ໄຂ່ມຸກ ສີມຸງຄຸນສີຟ້າ ເລກນຳໂຊກ 3 ຄົນເກີດວັນສຸກ:ການງານໄດ້ເລີ່ມຕົ້ນທຸລະກິດໃໝ່ເກີດຄວາມສຳເລັດ ການເງິນລະວັງເອກະສານທາງດ້ານການເງິນຈະເປັນໂມຄະ ຄວາມຮັກໄດ້ພົບຮັກເກີດຄວາມສຸກສົມຫວັງ ໃນໄລຍະນີ້ ເຄື່ອງມຸງຄຸນຫິນນໍາໂຊກສີແດງ ສີມຸງຄຸນສີຂຽວອ່ອນ ເລກນຳໂຊກ7 ຄົນເກີດວັນເສົາ:ການງານຈະເກີດການປ່ຽນແປງທາງອາຊີບການງານໄປສູ່ຕຳແໜ່ງທີ່ສູງຂຶ້ນ ການເງິນສາມາດຫາເງິນເຂົ້າມາໄດ້ເພີ່ມເຕີມຢ່າງວ່ອງໄວ ຄວາມຮັກຈະພົບຄົົນທີ່ຖືກໃຈແລ້ວສາມາດສານຄວາມສຳພັນໄປໄດ້ດີເລີຍ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີບົວ […]
ດວງລາຍວັນປະຈໍາວັນຈັນ ທີ 22 ພຶດສະພາ 2023 ຕາມແຕ່ລະວັນເກີດ

ຄົນເກີດວັນອາທິດ:ການງານຈະເຮັດວຽກງານຫຍັງໃນໄລຍະນີ້ກໍຈະເປັນເງິນເປັນຄຳໄປທຸກຢ່າງ ເພາະມີຄວາມສາມາດ ໃຊ້ຄວາມສາມາດເພື່ອໃຫ້ເກີດປະໂຫຍດແກ່ຕົນເອງຫຼາຍທີ່ສຸດ ການເງິນໄດ້ເຂົ້າມາກໍຈ່າຍອອກໄປຫຼາຍໃນໄລຍະນີ້ ເປັນການຊື້ເຄື່ອງທີ່ທ່ານຢາກໄດ້ມາດົນກໍເປັນໄປໄດ້ ຄວາມຮັກຍັງບໍ່ໂດດເດັ່ນໃນເລື່ອງຄວາມຮັກ ເພາະມຸ່ງໝັ້ນໃນເລື່ອງວຽກງານຫຼາຍກວ່າ ເຄື່ອງມຸງຄຸນເງິນ ສີມຸງຄຸນ ສິຂາວ ເລກນຳໂຊກ 0 ຄົນເກີດວັນຈັນ:ການງານເຮັດສິ່ງໃດເຮັດດ້ວຍຄວາມໝັ້ນໃຈ ແລະ ຢ່າລັງເລ ຖ້າບໍ່ຮູ້ວ່າຈະຕ້ອງເຮັດແນວໃດ ຄວນມີທີ່ປຶກສາທີ່ດີ ທີ່ມີປະສົບການຊ່ວຍຕັດສິນໃຈກໍຈະກໍ່ໃຫ້ເກີດໂຊກ ການເງິນມີໂຊກຈະໄດ້ເງິນເຂົ້າມາໃນໄລຍະນີ້ ເປັນມື້ໂຊກດີຂອງທ່ານທີ່ຈະມີການປ່ຽນແປງທາງດ້ານຖານະດີ ຄວາມຮັກຍັງບໍ່ມີເວລາປານໃດ ເພາະຍັງມີວຽກ ຫຼື ຕ້ອງເດີນທາງຕະຫຼອດເລີຍບໍ່ມີເວລາໃຫ້ເລື່ອງຄວາມຮັກນັ້ນເອງ ເຄື່ອງມຸງຄຸນເພັດສີສົ້ມ ສີມຸງຄຸນສີບົວ ເລກນຳໂຊກ6 ຄົນເກີດວັນອັງຄານ:ການງານໄລຍະນີ້ຈະມີຄວາມສຳເລັດຢ່າງທີ່ຄາດຫວັງ ແຕ່ກໍຕ້ອງສຶກສາຄວາມຮູ້ໃໝ່ໆ ຫຼືທຸລະກິດຕ່າງໆ ທີ່ຈະ ສາມາດອົດທົນໄປໄດ້ ການເງິນໄລຍະນີ້ລະວັງຄົົນທີ່ຈະເຂົ້າມາເພື່ອຢິບຢືມເງິນທ່ານ ເພາະຈະໄດ້ຄືນຊ້າ ໄດ້ບໍ່ເຕັມຈຳນວນ ຫຼືບໍ່ໄດ້ຄືນເລີຍກໍເປັນໄປໄດ້ ຄວາມຮັກຖ້າຄົບຫາໃຜບາງຄົນຢູ່ ໃນເລື່ອງຄຳເວົ້າຕ້ອງເບິ່ງນ້ຳໃຈກັນ ໃຊ້ເຫດຜົນ ແລະຄວາມເຂົ້າໃຈກັນ ຈະສົ່ງຜົນດີຕໍ່ຄວາມສຳພັນ ເຄື່ອງມຸງຄຸນ ຄໍາ ສີມຸງຄຸນສີສົ້ມ ເລກນຳໂຊກ3 ຄົນເກີດວັນພຸດ:ການງານຄວາມມຸ່ງໝັ້ນໃນການໃຊ້ເທັກນິກເພື່ອແກ້ບັນຫາການງານຕ່າງໆ ຈະສາມາດສ້າງຜົນງານໄດ້ຢ່າງຕໍ່ເນື່ອງ ການເງິນມີຄວາມກັງວົນໃຈໃນການໃຊ້ຈ່າຍເງິນ ຄວນທີ່ຈະເຮັດບັນຊີລາຍຮັບ ລາຍຈ່າຍເພື່ອໃຫ້ເຫັນຕົວເລກທີ່ແທ້ຈິງ ຄວາມຮັກຕ້ອງລະວັງຄວາມໃຈຮ້ອນ ການບໍ່ໃຊ້ອາລົມ ແລະການໃຊ້ເຫດຕໍ່ກັນໃຫ້ຫຼາຍ ເວົ້າກັນຢ່າງເປັນເຫດເປັນຜົນ ແລະ […]
ລາວ ຕ້ອງປັບຂຶ້ນອາກອນຢາສູບໃຫ້ແພງຂຶ້ນ ເພື່ອຫລຸດປະລິມານການເລີ່ມສູບຢາໃໝ່ ແລະ ຜູ້ສູບທີ່ມີລາຍຮັບຕໍ່າ

ທ່ານ ດຣ. ສະໜອງ ທອງຊະນະ ກ່າວໃນກອງປະຊຸມສໍາມະນາກ່ຽວກັບຜົນຮ້າຍຂອງຢາສູບໄຟຟ້າ ແລະ ວັນງົດຢາສູບໂລກ ໃນວັນທີ 19 ພຶດສະພາ 2023 ຜ່ານມານີ້ວ່າ: ຢາສູບແມ່ນຜະລິດຕະພັນພິເສດ ເປັນສິນຄ້າເສບຕິດຊະນິດດຽວທີ່ຍັງຖືກກົດໝາຍ ແຕ່ເຮັດໃຫ້ຜູ້ບໍລິໂພກເປັນພະຍາດຮ້າຍແຮງ, ພິການ ແລະ ເສຍຊີວິດກ່ອນໄວອັນຄວນ ວຽກງານຄວບຄຸມຢາສູບ ແມ່ນວຽກງານໜຶ່ງທີ່ມີຄວາມທ້າທາຍສົມຄວນ ແລະ ເປັນວຽກທີ່ຫຼາຍຂະແໜງການຕ້ອງໄດ້ຈັດຕັ້ງປະຕິບັດ ແລະ ຮັບຜິດຊອບຮ່ວມກັນ. ເຖິງຢ່າງໃດກໍຕາມ ບໍລິສັດຢາສູບຍັງໄດ້ນຳໃຊ້ກົນອຸບາຍຕ່າງໆ ເພື່ອເບື່ອເມົາເຍົາວະຊົນ-ຊາວໜຸ່ມ ໂດຍການຫັນເອົາເທັກໂນໂລຊີທີ່ທັນສະໄໝ ມາຕິດພັນກັບຜະລິດຕະພັນຢາສູບຮູບແບບໃໝ່ ຢາສູບໄຟຟ້າ ໄດ້ກາຍເປັນທີ່ນິຍົມຂອງເຍົາວະຊົນ-ຊາວໜຸ່ມໃນປັດຈຸບັນ. ລາຄາຢາສູບໃນ ສປປ ລາວ ກໍຄືອາກອນຢາສູບຍັງຕໍ່າຫຼາຍ ເມື່ອທຽບໃສ່ບັນດາປະເທດອາຊຽນ ສົນທິສັນຍາສາກົນວ່າດ້ວຍ ການຄວບຄຸມຢາສູບໄດ້ແນະນຳໄວ້ວ່າ ຕ້ອງເຮັດໃຫ້ລາຄາຢາສູບແພງຂຶ້ນ ເພື່ອປົກປ້ອງຜູ້ລິເລີ່ມສູບຢາໃໝ່ ແລະ ຜູ້ສູບຢາທີ່ມີລາຍຮັບຕໍ່າ ໂດຍເພີ່ມອາກອນຢາສູບໃຫ້ສູງເທົ່າທີ່ຄວນ ຈຶ່ງຈະສາມາດຫຼຸດຜ່ອນການບໍລິໂພກຢາສູບ ລວມທັງປົກປ້ອງຜູ້ສູບຢາໜ້າໃໝ່ ແຕ່ເນື່ອງ ຈາກສັນຍາການລົງທຶນໃນກິດຈະການຢາສູບ (ILA) ເປັນເວລາ 25 ປີ ເຮັດໃຫ້ບໍ່ສາມາດຈັດເກັບອາກອນຕາມທີ່ກົດໝາຍກຳນົດ ເຊິ່ງເປັນສິ່ງທ້າທາຍສຳລັບລັດຖະບານເຮົາ ເພາະສັນຍາສະບັບດັ່ງກ່າວ ຈະສິ້ນສຸດລົງໃນປີ […]
ອົງການ GIZ ໃຫ້ທຶນ 32 ລ້ານ ເອີໂຣ ເພື່ອຄຸ້ມຄອງປ່າໄມ້ ແບບພູມີທັດ ແລະ ສົ່ງເສີມຊີວິດການເປັນຢູ່ຂອງລາວ

ພະແນກກະສິກໍາ ແລະ ປ່າໄມ້ ແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມເປີດໂຄງການຈັດຕັ້ງປະຕິບັດການຄຸ້ມຄອງປ່າໄມ້ແບບພູມີທັດ ແລະ ສົ່ງເສີມຊີວິດການເປັນຢູ່ ໄລຍະ 2 (I-GFLL 2) ໃນວັນທີ 18 ພຶດສະພາ 2023, ເປັນປະທານ ໂດຍທ່ານ ສີບຸນເຮືອງ ພັນທຸລັກ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ, ທ່ານ ຊູຊາດ ໄຊຍະກຸມມານ ຫົວໜ້າກົມປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້. ໂຄງການປະຕິບັດການຄຸ້ມຄອງປ່າໄມ້ແບບພູມີທັດ ແລະ ສົ່ງເສີມຊີວິດການເປັນຢູ່ ໄລຍະ 1 (I-GFLL 1) ໄດ້ຮັບການຈັດຕັ້ງປະຕິບັດຢູ່ 3 ແຂວງຄື: ແຂວງໄຊຍະບູລີ, ແຂວງຫລວງພະບາງ ແລະ ແຂວງຫົວພັນ ແຕ່ປີ 2020-2023 ເປົ້າໝາຍມີ 15 ເມືອງ 240 ບ້ານທີ່ໄດ້ຮັບຜົນປະໂຫຍດ. ກົມປ່າໄມ້ ຮ່ວມກັບ ອົງການ GIZ ສະເໜີບົດໂຄງການ […]
ມອບ-ຮັບ ອັດຖິທະຫານອາສາສະຫມັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວກັບຄືນປະເທດ

ວັນທີ 19 ພຶດສະພາ 2023 ນີ້, ຢູ່ທີ່ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ຈັດພິທີ ມອບ-ຮັບ ແລະ ຈັດສົ່ງອັດຖິທະຫານອາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດໃນສະ ໄໝສົງຄາມຢູ່ດິນແດນນະຄອນຫຼວງວຽງຈັນກັບຄືນສູ່ປະເທດຈຳນວນ 01 ອັດຖິ ໂດຍມີສະຫາຍ ພົນຈັດຕະວາ ສີພອນ ຈັນສົມວົງ ຮອງເລຂາຄະນະພັກນະຄອນຫຼວງ ຫົວໜ້າຄະນະປະຕິບັດງານພິເສດ ນະຄອນຫຼວງວຽງຈັນ, ມີທ່ານ ຫງວຽນ ຮົງ ລິ່ງ ຮອງປະທານຄະນະກຳມະການປະຊາຊົນແຂວງຮ່າຕິ້ງ (ຜູ້ປະຈຳການ), ມີສະຫາຍ ພົນຈັດຕະວາ ໄພວັນ ຈັນທະພົມມາ ຫົວໜ້າການເມືອງກອງບັນຊາການທະຫານນະຄອນ ຫຼວງວຽງຈັນ, ມີຄະນະປະຕິບັດງານພິເສດທັງສອງຝ່າຍ, ພ້ອມດ້ວຍພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ. ໃນພິທີດັ່ງກ່າວພາກສ່ວນຕ່າງໆກໍໄດ້ເຂົ້າວາງພວງມະລາ ຈໍານວນ 09 ຄະນະໃນນັ້ນມີຄະນະປະຕິບັດງານພິເສດນະ ຄອນຫຼວງວຽງຈັນ, ຄະນະປະຕິບັດງານພິເສດແຂວງຮ່າຕິ່ງ, ຫ້ອງການທີ່ປຶກສາທູດທະຫານຫວຽດນາມປະຈໍາລາວ, ກອງບັນຊາການທະຫານນະຄອນຫຼວງວຽງຈັນ, ກອງບັນຊາການປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ, ສະຫະພັນນັກຮົບເກົ່ານະຄອນຫຼວງວຽງຈັນ, ພະແນກ ແຮງງານ- ສະຫວັດດີການສັງຄົມນະຄອນຫຼວງວຽງຈັນ, ກອງບັນຊາການທະຫານເມືອງ ໄຊທານີ ແລະ ກອງບັນຊາການທະຫານທະຫານເມືອງສີໂຄດຕະບອງ, ທັ້ງນີ້ກໍ່ເພື່ອເປັນການສະແດງເຖິງຄວາມກະຕັນຍູຮູ້ບຸນຄຸນຕໍ່ຜົນງານຄຸນງາມຄວາມດີຂອງບັນດາສະຫາຍນັກຮົບວິລະຊົນ, […]