ເຈົ້າໜ້າທີ່ ມອບ-ຮັບ ຜູ້ຖືກຫາກັບຄືນປະເທດໄທ

ໃນວັນທີ 5 ພຶດສະພາ 2023 ນີ້ ທີ່ດ່ານສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ເຈົ້າໜ້າທີ່ກົມຕຳຫຼວດສືບສວນ – ສອບສວນ ກົມໃຫຍ່ຕຳຫຼວດ, ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ໄດ້ມອບຜູ້ຖືກຫາ 2 ຄົນຄື: ທ້າວ ທົງໄຊ ພະນິນທອນ ອາຍຸ 42 ປີ, ສັນຊາດ ໄທ ແລະ ທ້າວ ສະກາດ ພັນທຸລີ, ອາຍຸ 31 ປີ, ສັນຊາດ ໄທ ໃຫ້ແກ່ເຈົ້າຫນ້າທີ່ຕຳຫຼວດ ລາດຊະອານາຈັກ ໄທ ໂດຍເຊິ່ງຝ່າຍລາວນຳໂດຍ ພັທ ສິງແກ້ວ ວົງພະຈັນ ຮອງຫົວໜ້າກົມຕຳຫຼວດສືບສວນ-ສອບສວນ ຝ່າຍລາດຊະອານາຈັກໄທ ນຳໂດຍ ພັນຕຳຫຼວດເອກ ກິດມົງຄົນ ບູລະນະພັກດີ ຜູ້ກຳກັບການຕຳຫຼວດກວດຄົນເຂົ້າ-ອອກ ເມືອງຈັງຫວັດໜອງຄາຍ ລາດຊະອານາຈັກໄທ ພ້ອມດ້ວຍຄະນະທັງ 2 ຝ່າຍເຂົ້າຮ່ວມ […]

ເຈົ້າໜ້າທີ່ ຈຸດປະສານງານນາເລົ່າ ແຂວງບໍລິຄໍາໄຊ ຢຶດລົດຈັກ HONDA GPX 2 ຄັນບໍ່ມີເອກະສານຖືກຕ້ອງ

ໃນວັນທີ 3 ພຶດສະພາ 2023 ຜ່ານມາ, ເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ (ພສປ) ປະຈໍາການຢູ່ຈຸດປະສານງານນາເລົ່າ ແຂວງບໍລິຄໍາໄຊ, ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າມີການຂົນລົດຈັກ ຈຳນວນ 02 ຄັນ ໃສ່ລົດເມໂດຍສານ (ພາຍໃນ) ປາຍທາງແມ່ນນະຄອນຫຼວງວຽງຈັນ. ໂດຍຜ່ານການຕິດຕາມກວດກາສາມາດຢຶດລົດຈັກຍີຫຍໍ້ HONDA GPX ຈໍານວນ 02 ຄັນ, ຜ່ານການ ສືບສວນ-ສອບສວນເບື້ອງຕົ້ນລົດດັ່ງກ່າວແມ່ນບໍ່ມີເອກະສານຖືກຕ້ອງ. ດັ່ງນັ້ນ, ຈຶ່ງໄດ້ມອບລົດທັງ 2 ຄັນໃຫ້ພາສີປະຈໍາແຂວງ ບໍລິຄຳໄຊ, ດຳເນີນການຂັ້ນຕອນຂອງກົດໝາຍ ແລະ ລະບຽບການຕໍ່ໄປ. ທີ່ມາ: ກະຊວງການເງິນ

ເຈົ້າໜ້າທີ່ ພາສີ ຈຸດນາເຕີຍ ກວດກາ-ຢຶດລົດບັນທຸກ 12 ລໍ້ບໍ່ມີເອກະສານ

ໃນວັນທີ 4 ພຶດສະພາ 2023 ຜ່ານມານີ້, ເຈົ້າໜ້າທີ່ພາສີ ພະແນກສືບ-ສອບສວນ ແລະ ປາບປາມກາລັກລອບໜີພາສີ (ພສປ) ປະຈຳຈຸດປະສານງານນາເຕີຍ, ໄດ້ສົມທົບກັບເຈົ້າໜ້າທີ່ພາສີ ປະຈຳດ່ານພາສີສາກົນບໍ່ເຕັນ,ໄດ້ຕິດຕາມ ແລະ ກວດກາຕາມແຫຼ່ງຂ່າວລາຍງານວ່າ: ມີລົດບັນທຸກ 12 ລໍ້ສີຂາວ, ຍີ່ຫໍ້ (ຂຽນເປັນພາສາຈີນ) ບໍ່ຕິດປ້າຍທະບຽນຈອດຢູ່ໃນບໍລິເວນເຂດເສດຖະກິດບໍ່ເຕັນແດນງາມ.ໃນວັນທີ 4 ພຶດສະພາ 2023 ຜ່ານມານີ້, ເຈົ້າໜ້າທີ່ພາສີ ພະແນກສືບ-ສອບສວນ ແລະ ປາບປາມກາລັກລອບໜີພາສີ (ພສປ) ປະຈຳຈຸດປະສານງານນາເຕີຍ, ໄດ້ສົມທົບກັບເຈົ້າໜ້າທີ່ພາສີ ປະຈຳດ່ານພາສີສາກົນບໍ່ເຕັນ,ໄດ້ຕິດຕາມ ແລະ ກວດກາຕາມແຫຼ່ງຂ່າວລາຍງານວ່າ: ມີລົດບັນທຸກ 12 ລໍ້ສີຂາວ, ຍີ່ຫໍ້ (ຂຽນເປັນພາສາຈີນ) ບໍ່ຕິດປ້າຍທະບຽນຈອດຢູ່ໃນບໍລິເວນເຂດເສດຖະກິດບໍ່ເຕັນແດນງາມ. ເຈົ້າໜ້າພາສີ, ຈຶ່ງໄດ້ເຄື່ອນໄຫວຕິດຕາມພົບເຫັນເປົ້າໝາຍໃນເຂດດັ່ງກ່າວ, ຜ່ານການກວດກາເບື້ອງຕົ້ນ ເຫັນວ່າ: ເປັນລົດມືສອງລັກລອບນຳເຂົ້າບໍ່ມີເອກະສານອະນຸຍາດນຳເຂົ້າເສຍພາສີ-ອາກອນ ແລະ ພັນທະອື່ນໆ. ດັ່ງນັ້ນ, ຈຶ່ງໄດ້ນຳລົດຄັນດັ່ງກ່າວມອບໃຫ້ພາສີ ປະຈຳແຂວງຫຼວງນໍ້າທາ, ດຳເນີນຂັ້ນຕອນຕາມກົດໝາຍ ແລະ ລະບຽບການ ຕໍ່ໄປ. […]

ດວງລາຍວັນປະຈໍາວັນຈັນ ທີ 08 ພຶດສະພາ 2023 ຕາມແຕ່ລະວັນເກີດ

ຄົນເກີດວັນອາທິດ:ການງານ: ພົບການປ່ຽນແປງຍົກຍ້າຍແບບກະທັນຫັນ ການເງິນ: ບໍລິວານຈະອຸປະຖໍາ ຄວາມຮັກ: ໄດ້ພົບຮັກກັບຄົນຜິວສອງສີ ເຄື່ອງມຸງຄຸນ: ຢົກ ສີນຳໂຊກ: ຂຽວ ເລກນຳໂຊກ: 1, 2 ຄົນເກີດວັນຈັນ:ການງານ: ໃຊ້ຄວາມຂະຫຍັນສ້າງຄວາມສຳເລັດໄດ້ດີ ການເງິນ: ມີຂ່າວດີທາງການເງິນ ຄວາມຮັກ: ເດີນທາງໄປສະຖານທີ່ສວນງາມແລ້ວໄດ້ພົບຮັກ ເຄື່ອງມຸງຄຸນ: ເງິນ ສີນຳໂຊກ: ຟ້າ ເລກນຳໂຊກ: 2, 3 ຄົນເກີດວັນອັງຄານ:ການງານ: ເຮັດອາຊີບວຽກບໍລິການປະສົບຄວາມສຳເລັດ ການເງິນ: ໄດ້ຮັບຂ່າວດີທາງການເງິນ ຄວາມຮັກ: ຢູ່ໃນເກນທີ່ໝັ້ນຄົງ ມີຄວາມສຸກ ເຄື່ອງມຸງຄຸນ: ຄຳ ສີນຳໂຊກ: ບົວ ເລກນຳໂຊກ: 7, 9 ຄົນເກີດວັນພຸດ:ການງານ: ສ້າງຄວາມສຳເລັດດ້ວຍຄວາມສາມາດຂອງຕົນເອງ ການເງິນ: ມີໂອກາດສ້າງເງິນໄດ້ຫຼາຍຂຶ້ນ ຄວາມຮັກ: ໄດ້ພົບກັບຄົນທີ່ດີ ເຄື່ອງມຸງຄຸນ: ເພັດ ສີນຳໂຊກ: ເຫຼືອງ ເລກນຳໂຊກ: 3, 6 ຄົນເກີດວັນພະຫັດ:ການງານ: ສ້າງສັນຜົນງານໃໝ່ໄດ້ສຳເລັດ […]

ສາວແຊຣປະສົບການຜົນເສຍຂອງການດື່ມນ້ຳກະທ້ອມ ເສຍເງິນປິ່ນປົວກວ່າ 160 ລ້ານກີບ

ສາວແຊຣປະສົບການດື່ມນ້ຳກະທ້ອມໃນໄລຍະເວລາສັ້ນໆ ແຕ່ເສຍເງິນປິ່ນປົວຫຼາຍກວ່າ 160 ລ້ານກີບ. ໃນວັນທີ 2 ພຶດສະພາ 2023 ມີຜູ້ໃຊ້ເຟສບຸກຊື່Dy Noudy ອອກມາເລົ່າປະສົບການໃນການດື່ມນ້ຳກະທ້ອມມາເປັນເວລາ 1 ເດືອນເຕັມໆ ຍ້ອນມີບັນຫາທາງຄອບຄົວ ຄິດຫຼາຍ ນອນບໍ່ຫຼັບຄຽດ ເຂົ້ານ້ຳບໍ່ກິນ ຈຶ່ງເຮັດໃຫ້ຕົນດື່ມນ້ຳກະທ້ອມ. ເມື່ອດື່ມນ້ຳທ້ອມໄປໄລຍະໜຶ່ງ ມີອາການຕີນມືສັ່ນ ເຫັນພາບຫຼອນ ຊັອກ ວູບເປັນບາງເທື່ອ ນ້ຳຕາໄຫຼຕະຫຼອດ ກິນເຂົ້າບໍ່ໄດ້ ຮາກ ເມື່ອເວລາຜ່ານໄປຫຼາຍມື້ກໍມີອາການ ໄຂ້ ເຈັບຫົວ ຈົນໄດ້ເຂົ້າໂຮງໝໍແລ້ວກວດພົບວ່າມີເຊື້ອລາໃນສະໝອງ ເຮັດໃຫ້ຮ່າງກາຍເປັນອຳມະພາດ ຍ່າງບໍ່ໄດ້ ບາງກໍລະນີຮ້າຍແຮງທີ່ສຸດແມ່ນເຖິງຂັ້ນຊັອກເສຍຊີວິດ. ໃນຂະນະນີ້ຍັງໄດ້ປິ່ນປົວຢູ່ໂຮງໝໍໃນລາວ ແຕ່ຕ້ອງໄດ້ຂ້າມໄປຊື້ຢູ່ອຸດອນ ປະເທດໄທ ເພື່ອໃສ່ຢາປົວສະໝອງ 5 ມື້ 1.900.000 ກີບ ໄດ້ໃສ່ຢາທຸກໆ 5ມື້ ເມື່ອບໍ່ໃສ່ຢາກໍກິນເຂົ້າກິນນ້ຳບໍ່ໄດ້ ວິນຫົວ ໄອ ປວດຮາກ ລຸກຍ່າງບໍ່ໄດ້. ສ່ວນສາເຫດທີ່ເກີດເຊື້ອລາໃນສະໝອງ ຍ້ອນກິນຢາດີໄອເກີນຂະໜາດ ທີ່ເປັນສ່ວນປະສົມຂອງນ້ຳກະທ້ອມ ແລະ ຍັງກັ່ນຕອງນ້ຳກະທ້ອມບໍ່ລະອຽດ.ທັ້ງນີ້ ຜູ້ກ່ຽວໄດ້ປິ່ນປົວມາແຕ່ເດືອນ 11 […]

ໜຸ່ມກູ້ໄພໃຈສະຫຼາຍ ຊ່ວຍຄົນມາກໍ່ຫຼາຍ ບໍ່ຄິດວ່າຈະຕ້ອງມາຝັງສົບລູກຂອງຕົນເອງ ອາຍຸພຽງ 4 ວັນ

ຫນຸ່ມກູ້ໄພໃຈສະຫຼາາຍ ເຮັດວຽກເພື່ອຊ່ວຍເຫຼືອປະຊາຊົນມາກໍ່ຫຼາຍ ​ບໍ່​ຄິດ​ວ່າ​ໃນ​ມື້​ນີ້​​ຈະ​ໄດ້​ຝັງ​ສົບລູກ​ຂອງ​ຕົນ​ເອງ.ທີ່ເກີດມາພຽງແຕ່ 4 ມື້ (5 ພຶດສະພາ 2023) ນັກຂ່າວສັນຈອນລາຍງານວ່າ: ທ້າວ ວິທະວັດ ຈັນທະສີ ອາຍຸ 20 ປີ ອາສາສະໝັກໜ່ວຍກູ້ໄພ ບູຣີຣາມ ພ້ອມດ້ວຍພັນລະຍາ ໄດ້ນຳເອົາສົບຂອງ ທ້າວ ນົນທາວັດ ຫຼື ນ້ອງສີກ ລູກຊາຍທີ່ເກີດໃໝ່ມາໄດ້ພຽງ 4 ວັນແຕ່ເສຍຊີວິດ. ເຮັກພິທີຝັງສົບຢູ່ໃນປ່າຊ້າ ວັດໂຄກສະອາດ ວະນາຣາມ (ໂຄກຮັກ) ບ້ານ ດອນອາຮາງ ເມືອງ ໜອງກີ ດ້ວຍຄວາມໂສກເສົ້າເສຍໃຈ ໂດຍ ທ້າວ ວິທະວັດ ອາສາສະໝັກກູ້ໄພທາງຫຼວງບຸລີລັມ, ພໍ່ຂອງທ້າວສິກ,ເດັກທີ່ເສຍຊີວິດ, ເລົ່າວ່າ: ໃນວັນທີ 29 ເມສາ 2023, ໃນຂະນະທີ່ເຮັດໜ້າທີ່ຂັບລົດໄປຮັບຄົນເຈັບຈາກໂຮງໝໍ ນາງຮອງ. ເພື່ອສົ່ງກັບມາຮອງໝໍໜອງກີ ຂະນະ​ທີ່​ລໍຖ້າ​ຮັບ​ຄົນ​ເຈັບ​ຢູ່​ໂຮງໝໍ​ນາງ​ຮອງ, ​ໄດ້​ມີ​ລົດ​ສົ່ງ​ຈາກ​ໂຮງໝໍ​ໜອງ​ກີ​ມາ​ສົ່ງຄົນເຈັບທີ່ເກີດກ່ອນ​ກຳນົດ. ໝູ່​​ຍັງ​ເວົ້າ​ກັບ​ຕົນ​ວ່າ​ໄປຊ່ວຍອຸ້ຍເດັກຄົນນັ້ນແດ່ ແຕ່ກໍ່ໄດ້ບອກໝູ່ໄປວ່າ ຈະໄປຊ່ວຍແນວໃດ ໃນເມື່ອພວກເຮົາຕ້ອງໄປສົ່ງຄົນເຈັບໄປໂຮງໝໍໜອງກີ່ຢູ່. ແຕ່ເມື່ອເອົາຄົນເຈັບໄປໂຮງໝໍໜອງກີ່ […]

ຮອງລັດຖະມົນຕີກະຊວງ ສສກ​ ມອບເງິນໃຫ້ນັກກິລາຄວ້າຫຼຽນຄຳ 10​ ລ້ານ​ ແລະ​ ຫຼຽນທອງຄົນລະ 4​ ລ້ານກີບ

ຮອງລັດຖະມົນຕີກະຊວງ ສສກ​ ມອບເງິນໃຫ້ນັກກິລາຄວ້າຫຼຽນຄຳ 10​ ລ້ານ​ ແລະ​ ຫຼຽນທອງຄົນລະ 4​ ລ້ານກີບການແຂ່ງຂັນກິລາ KUN BOKATOR ປະເພດຟ້ອນ ໃນຊີເກມຄັ້ງທີ 32​ ຈັດຂຶ້ນ​ທີ່ປະເທດ​ກຳປູເຈຍ​ ຮອດວັນທີ​ 4​ ພຶດສະພາ​ ທັບນັກກິລາລາວ ຄວ້າໄດ້ 1 ຫຼຽນຄຳ ແລະ 3 ຫຼຽນທອງແດງ ປະກອບມີ: ຫຼຽນຄຳ ປະເພດ MEN SINGGLE BARE HAND FORM ຈາກທ້າວ ກອງ ເງີນ ອິນທິສານ; ຫຼຽນທອງແດງ 3 ຫຼຽນ ມີຄື: ປະເພດ MEN SINGGLE BAMBOO SHIELD FORM ຈາກ ທ້າວ ອານຸສອນ ວັນນະລາດ; ປະເພດ MEN SINGGLE BOKATOR […]

ທ່ານ ທອງລຸນ ສີສຸລິດ ປະທານປະເທດ ຢ້ຽມຢາມ ແລະ ໃຫ້ກຳລັງໃຈ ນັກກິລາລາວທີ່ເຂົ້າຮ່ວມແຂ່ງຂັນຊີເກມຄັ້ງທີ 32

ຂປລ. ໃນໂອກາດຢ້ຽມລັດຖະກິດ ຣາຊະອານາຈັກ ກຳປູເຈຍ ໃນລະຫວ່າງວັນທີ 4-5 ພຶດສະພາ 2023 ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ເດີນທາງໄປສະໝາມກິລາ ມໍລະດົກ ເຕໂຈ ແຫ່ງຊາດ ກຳປູເຈຍ ນະຄອນຫລວງພະນົມເປັນ ເພື່ອຢ້ຽມຢາມ ແລະໃຫ້ກຳລັງໃຈນັກກິລາລາວ ທີ່ເຂົ້າຮ່ວມແຂ່ງຂັນກິລາຊີເກມ ຄັ້ງທີ 32 ໃນຕອນເຊົ້າວັນທີ 5 ພຶດສະພາ 2023 ແລະ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກຄະຮັບຜິດຊອບ ແລະ ນັກກິລາທີມຊາດລາວ. ທ່ານ ແສງພອນ ພົນອາມາດ ຮອງປະທານ ແລະ ເລຂາທິການຄະນະກຳມະການ ຄະນະກຳມະການ ໂອລິມປິກແຫ່ງຊາດລາວ, ຫົວໜ້າຄະນະນັກກິລາ ໄດ້ລາຍງານໂດຍຫຍໍ້ກ່ຽວກັບການເຄື່ອນໄຫວຂອງຄະນະນຳ ແລະ ນັກກິລາ ໃນການຝຶກຊ້ອມ ບາງກິລາກໍໄດ້ແຂ່ງຂັນໄປແລ້ວ. ເຊິ່ງງານມະຫະກຳກິລາຊີເກມຄັ້ງນີ້ ເຈົ້າພາບກຳປູເຈຍແມ່ນໄດ້ຈັດໃຫ້ມີ 48 ປະເພດກິລາ. ສຳລັບ ສປປ ລາວ […]

ກວດກາຄວາມຄືບໜ້າ ຮູບປັ້ນຫລໍ່ ປະທານໄກສອນ ພົມວິຫານ

ຂປລ. ໃນວັນທີ 5 ພຶດສະພາ 2023 ນີ້, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແລະ ທ່ານ ພົຕ ວັນທອງ ກອງມະນີ ຮອງລັດຖະມົນຕີ ກະຊວງ ປກສ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ໄດ້ລົງຕິດຕາມກວດກາ ຮູບປັ້ນຫລໍ່ ປະທານ ໄກສອນ ພົມວິຫານ ທີ່ຈະນຳເອົາໄປປະດິດສະຖານ ຢູ່ວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ທີ່ໂຮງປັ້ນຫລໍ່ປະຕິມະກໍາລ້ານຊ້າງ. ໂອກາດນີ້, ທ່ານ ບຸນສະໜອງ ສີຫາລາດ ຄະນະອໍານວຍການໂຮງປັ້ນຫລໍ່ປະຕິມະກໍາລ້ານຊ້າງ, ທັງເປັນຜູ້ຮັບຜິດຊອບຮູບປັ້ນຫລໍ່ ປະທານ ໄກສອນ ພົມວິຫານ ໄດ້ລາຍງານວ່າ: ໂຄງການສ້າງຮູບປັ້ນຫລໍ່ປະທານ ໄກສອນ ພົມວິຫານ ໄດ້ເລີ່ມລົງມືຈັດຕັ້ງປະຕິບັດແຕ່ວັນທີ 15 ມີນາ ເປັນຕົ້ນມາ, ເຊິ່ງເບື້ອງຕົ້ນໄດ້ຂຶ້ນປູນປະຫລັດ, ຂຶ້ນໂຄງຮ່າງຮູບປັ້ນດ້ວຍດິນໜຽວສໍາເລັດແລ້ວ ກໍໄດ້ໃຫ້ການນໍາມາ ກວດກາ ໃນວັນທີ 27 ມີນາ ແລະ ໄດ້ຮັບຄໍາແນະນໍາ ຈຶ່ງໄດ້ມາປັບປຸງແກ້ໄຂແບບທີ່ມີຄວາມສູງ 7,5 […]

ດວງລາຍວັນປະຈໍາວັນເສົາ ທີ 06 ພຶດສະພາ 2023 ຕາມແຕ່ລະວັນເກີດ

ຄົນເກີດວັນອາທິດ:ການ​ງານ​ການ​ພັດທະນາ​ຕົນເອງ​ຈະ​ສາມາດ​ນຳ​ຄວາມ​ສຳ​ເລັດ​ມາສູ່​ຕົນເອງ​ໄດ້​ ການ​ເລີ່ມ​ລົງ​ມື​ເຮັດ​ຈະ​ດີກວ່າ​ແຕ່​ຄິດ​ຢ່າງ​ດຽວ​ ການ​ເງິນ​ຢ່າ​ໃຊ້​ຈ່າຍ​ເງິນ​ເກີນ​ຕົວ​ຈົນ​ຕ້ອງ​ດຶງ​ເງິນ​ຂອງ​ອະນາຄົດ​ອອກ​ມາ​ໃຊ້​ຈ່າຍ​ໄປ​ກ່ອນ​ ຕ້ອງ​ວາງ​ແຜນ​ ແລະ​ໃຊ້​ເງິນ​ຢ່າງ​ຮອບ​ຄອບ​ ແລະ​ ປະ​ຢັດ​ ຄວາມ​ຮັກ​ຖ້າ​​ຈະ​ພົບ​ໃຜ​ໃນ​ໄລຍະນີ້​ໂດດ​ເດັ່ນ​ເປັນ​ຄົນ​ຜິວ​ຂາວ​ ລາວ​ຈະ​ເຂົ້າໃຈ​ທ່ານ​ໄດ້​ເປັນ​ຢ່າງ​ດີ​ ເຄື່ອງມຸງຄຸນ​ເພັດ​ ມົງຄຸນ​ສີ​ຟ້າ​ອ່ອນ​ ເລກ​ນຳ​ໂຊກ​5 ຄົນເກີດວັນຈັນ:ການ​ງານ​ຄວາມ​ສ້າງສັນ​ ຄວາມ​ພະຍາຍາມ​ ການ​ກ້າ​ທີ່​ຈະ​ປ່ຽນ​ແປງ​ຈະ​ກໍ່​ໃຫ້​ເກີດ​ຄວາມ​ສຳ​ເລັດ​ທີ່​ດີ​ ການ​ລອງ​ຜິດ​ລອງ​ຖືກ​ຈະ​ນຳ​ມາ​​ປະສົບການ​ທີ່​ເປັນ​ປະໂຫຍດ​ໃນ​ການເຮັດ​ທຸລະກິດ​ ການ​ເງິນຫາ​ໃຊ້​ຈ່າຍ​ ຕ້ອງ​ມີ​ເລື່ອງ​ໃຊ້​ຈ່າຍ​ອອກ​ໄປ​ແດ່​ ໄລຍະນີ້​ຕ້ອງ​ລະ​ວັງ​ຄົົນທີ່​ຈະ​ເຂົ້າ​ມາ​ຢືມ​ເງິນ​ ເພາະ​ຈະ​ໄດ້​ຄືນ​ຊ້າ​ ຫລື​ບໍ່​ໄດ້​ຄືນ​ ຄວາມ​ຮັກ​ຈະ​ພົບ​ຄົນ​ເກັ່ງ​ ມີ​ຄວາມ​ສາມາດ​ ສະຫລຽວ​ສະຫລາດ​ ໝັ້ນໃຈ​ໃນ​ຕົນເອງ​ສູງ​ ຜິວ​ສອງ​ສີ​ ເຄື່ອງມຸງຄຸນ​​ຄຳ​ ສີມຸງຄຸນສີ​ແດງ​ ເລກ​ນຳ​ໂຊກ​5, 6, 9 ຄົນເກີດວັນອັງຄານ:ການ​ງານ​ການ​ເປັນ​ຄົນ​ລະອຽດ​ຮອບ​ຄອບ​ ແລະ​ຄວາມດຸໝັ່ນຂອງ​ທ່ານຈະ​ນຳ​ມາ​ຊຶ່ງ​ຄວາມ​ສຳ​ເລັດ​ທີ່​ດີ​ ການ​ເງິນມີ​ທັງ​ຮັບ​ທັງ​ຈ່າຍ​ ແຕ່​ໃນ​ໄລຍະນີ້​ໃຊ້​ຄວາມ​ປະຢັດ​ເອົາ​ໄວ້​ຈະ​ດີ​ທີ່ສຸດ​ ຄວາມ​ຮັກ​ຍັງ​ບໍ່​ລົງ​ຕົວ​ດ້ານ​ຄວາມ​ຮັກ​ ຄວາມ​ສຳພັນ​ໃນ​ໄລຍະນີ້​ ເພາະ​ຍັງ​ເກີດ​ຄວາມ​ເຂົ້າໃຈ​ກັນ​ຜິດ​ຢູ່​ນັ້ນ​ເອງ​ ເຄື່ອງມຸງຄຸນ​  ​ເງິນ ສີມຸງຄຸນສີ​ຟ້າ​ອ່ອນ​ ເລກ​ນຳ​ໂຊກ​2, 6 ຄົນເກີດວັນພຸດ:ການ​ງານ​ຕິດ​ຕາມ​ຂໍ້​ມູນ​ຂ່າວ​ສານ​ແລ້ວ​ຈະ​ກໍ່​ໃຫ້​ເກີດ​ໂຊກ​ ແລະ​ຄວາມ​ສຳ​ເລັດ​ ຈາກ​ການ​ປະ​ຍຸກ​​ໃຫ້​ເຂົ້າ​ກັບ​ອາ​ຊີບ​ຂອງ​ຕົນເອງ​ ການ​ເງິນ​ຍັງ​ຢູ່ໃນ​ເກນ​ຊົງ​ຕົວ​ ບໍ່​ມີ​ເລື່ອງ​ເດືອດ​ຮ້ອນ​ໃດ​ໆ​ ໃນ​ໄລຍະນີ້​ ເມື່ອ​ໃຊ້​ຄວາມ​ປະ​ຢັດ​ຈະ​ເຮັດໃຫ້​ມີ​ເງິນ​ເກັບ​ ຄວາມ​ຮັກ​ເບິ່ງ​ຄື​ຈະ​ດີ​ ແຕ່​ກໍ​ຍັງ​ບໍ່​ແມ່ນ​ ບໍ່​ເຖິງ​ກັບ​ທຸກ​ເກີນ​ໄປ​ ມີ​ເລື່ອງ​ກວນ​ໃຈ​ດ້ວຍ​ ແຕ່​ກໍ​ຍັງ​ພໍ​ທີ່​ຈະ​ປັບ​ຕົວ​ເຂົ້າ​ຫາ​ກັນ​ໄດ້​ […]