ຍີ່ປຸ່ນໃຫ້ທຶນຊ່ວຍເຫລືອ ແຂວງສາລະວັນ 73.000 ໂດລາສະຫະລັດໃນໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP)

ພາຍໃຕ້ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP), ລັດຖະບານຍີ່ປຸ່ນຈະໃຫ້ການຊ່ວຍເຫລືອທຶນປະມານ 73.000 ໂດລາສະຫະລັດ ເພື່ອສະໜັບສະໜູນໂຄງການດ້ານສາທາ ລະນະສຸກ ແລະ ນຳໃຊ້ໃນການຍົກລະດັບການເຂົ້າເຖິງການບໍລິການສາທາລະນະສຸກ ໃນໂຮງໝໍນ້ອຍບ້ານນາໂພ ເມືອງສາລະວັນ ແຂວງສາລະວັນ. ວັນທີ 21 ສິງຫາ 2023, ທ່ານ ໂຄບະຢະຊິ ເຄັນອິຈິ, ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ໄດ້ລົງນາມເຊັນສັນຍາໃຫ້ການຊ່ວຍເຫລືອໃນດັ່ງກາວ ຮ່ວມກັບ ຕົວແທນຈາກແຂວງສາລະວັນ, ໂດຍມີທ່ານ ດາວວົງ ພອນແກ້ວ, ເຈົ້າແຂວງສາລະວັນ ເຂົ້າຮ່ວມເປັນສັກຂີພະຍານ. ໂຮງໝໍນ້ອຍນາໂພ ມີຄວາມສຳຄັນທີ່ສຸດຕໍ່ປະຊາຊົນທີ່ອາໄສຢູ່ເຂດໃກ້ຄຽງ ເຊິ່ງກາຍເປັນບ່ອນທີ່ເຂົາເຈົ້າສາມາດເພິ່ງພາອາໄສໄດ້, ພວກເຮົາຫວັງວ່າ ໂຄງການດັ່ງກ່າວ ຈະຊ່ວຍຍົກລະດັບສະພາບແວດລ້ອມການປິ່ນປົວໃນໂຮງໝໍ ໃຫ້ທັງຄົນເຈັບ ແລະ ບຸກຄະລາກອນການແພດໃຫ້ດີຂຶ້ນຢ່າງກ້າວກະໂດດ. ພວກເຮົາເຊື່ອໝັ້ນວ່າ ການຊ່ວຍເຫລືອຈາກລັດຖະບານຍີ່ປຸ່ນ ໃນຄັ້ງນີ້ ຈະຊ່ວຍໃຫ້ປັບປຸງໂຕຊີ້ວັດດ້ານສາທາລະນະສຸກຂອງເມືອງສາລະວັນ ແລະ ທົ່ວແຂວງສາລະວັນ ໃຫ້ໄດ້ຮັບການແກ້ໄຂ. ພ້ອມນັ້ນ, ພວກເຮົາຈະສືບຕໍ່ໃຫ້ການສະໜັບສະໜູນແຂວງສາລະວັນ ໃນດ້ານສາທາລະນະສຸກ ແລະ ອີກຫລາຍດ້ານຢ່າງກວ້າງຂວາງ ເພື່ອພັດທະນາ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ຊັບພະຍາກອນມະນຸດຂອງ […]

ອົດສະຕຣາລີ ມອບເຄື່ອງຊ່ວຍເຫຼືອເພື່ອຕອບໂຕ້ໄພພິບັດສຸກເສີນໃນລາວ

ໃນວັນຈັນ ທີ 21 ສິງຫານີ້, ທ່ານ ໂພລ ແຄລີ ເອກອັກຄະລັດຖະທູດອົດສະຕຣາລີ ປະຈໍາ ສປປ ລາວ ໄດ້ມອບເຄື່ອງບັນເທົາທຸກຊ່ວຍເຫຼືອວຽກງານດ້ານມະນຸດສະທໍາ ຈໍານວນ 13 ໂຕນ ເພື່ອຮັບມື ກັບໄພພິບັດສຸກເສີນ ເຊິ່ງຕາງຫນ້າຈາກລັດຖະບານລາວໃນການຮັບເອົາເຄື່ອງບັນເທົາທຸກເຫຼົ່ານີ້ ໂດຍ ພະນະທ່ານ ລີປາວ ຢາງ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທີ່ສະ ຫນາມບິນສາກົນວັດໄຕ. ເຄື່ອງບັນເທົາທຸກດ້ານວຽກງານມະນຸດສະທໍາໄດ້ຖືກຈັດສົ່ງໂດຍເຮືອບິນຂອງກອງທັບອາກາດອົດສະ ຕຮາລີ ເຊິ່ງການສົ່ງເຄື່ອງຊ່ວຍເຫຼືອດ້ານມະນຸດສະທໍາເຫຼົ່ານີ້ ແມ່ນສ່ວນຫນຶ່ງຂອງກິດຈະກໍາຮ່ວມມື ດ້ານວຽກງານການປ້ອງກັນຊາດໃນ ສປປ ລາວ ແລະ ບັນດາປະເທດໃນພາກພື້ນ. ຍິນດີທີ່ໄດ້ສະຫນັບສະຫນູນລັດຖະບານລາວ ໃນການສ້າງຄວາມເຂັ້ມແຂງໃນການກຽມ ຄວາມພ້ອມເພື່ອຮັບມືກັບໄພພິບັດສຸກເສີນ, ການສົ່ງເຄື່ອງຊ່ວຍເຫຼືອຕອບໂຕ້ໄພພິບັດໃນຄັ້ງນີ້ແມ່ນ ທ່ວງທັນກັບຄວາມຕ້ອງການຂອງລັດຖະບານລາວ ໃນຂະນະທີ່ລັດຖະບານລາວກໍາລັງຕອບໂຕ້ກັບໄພ ນ້ໍາຖ້ວມທີ່ກໍາລັງເກີດຂຶ້ນຢູ່ໃນຫຼາຍພາກຂອງປະເທດ.” ທ່ານເອກອັກຄະລັດຖະທູດ ແຄລີ ກ່າວ.ເຄື່ອງຊ່ວຍເຫຼືອສະຫນັບສະຫນູນດ້ານມະນຸດສະທໍາ ມີມູນຄ່າ 120.000 ໂດລາອົດສະຕຣາລີ (1,5 ຕື້ກີບ) ປະກອບມີ ຊຸດອະນາໄມ 180 ຊຸດ, […]

ການນໍາແຂວງຄຳມ່ວນ ສືບຕໍ່ ມອບເຄື່ອງ ຊ່ວຍເຫລືອຜູ້ປະສົບໄພນໍ້າຖ້ວມ ຢູ່ເມືອງຄູນຄຳ

ແຫລ່ງຂ່າວຈາກ ແຂວງຄໍາມ່ວນ ໃຫ້ຮູ້ວ່າ: ວັນທີ 16 ສິງຫາ 2023 ນີ້, ທ່ານ ວົງເພັດ ຈິດປັນຍາ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກການເມືອງ-ແນວຄິດ, ວຽກພັກ-ພະນັກງານ ແຂວງຄໍາມ່ວນ ຕາງໜ້າອຳນາດການປົກຄອງຂອງແຂວງ ພ້ອມດ້ວຍຄະນະ ລົງຢ້ຽມຢາມ ເພື່ອໃຫ້ກຳລັງໃຈແກ່ພໍ່ແມ່ປະຊາຊົນ ທີ່ຖືກຜົນກະທົບຈາກໄພພິບັດ (ນໍ້າຖ້ວມ) ຢູ່ເມືອງຄູນຄໍາ, ພ້ອມທັງມອບເຄື່ອງອຸປະໂພກ-ບໍລິໂພກ ລວມມູນຄ່າ 211 ລ້ານກວ່າກີບ ໃຫ້ແກ່ປະຊາຊົນ 3 ບ້ານ, 365 ຄອບຄົວ ທີ່ໄດ້ຮັບຜົນກະທົບ ໃນນັ້ນ, ປະກອບມີ: ບ້ານແກ້ງ 142 ຄອບຄົວ, ບ້ານໂພນແຍງ 137 ຄອບຄົວ ແລະ ບ້ານນາຄໍາ 86 ຄອບຄົວ ເພື່ອຊ່ວຍເຫລືອບັນເທົາທຸກໃນເບື້ອງຕົ້ນ. ທ່ານ ວົງເພັດ ຈິດປັນຍາ ໄດ້ສະແດງຄວາມເປັນຫ່ວງເປັນໄຍຕໍ່ພໍ່ແມ່ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກເຫດການດັ່ງກ່າວ, ຕໍ່ກັບເຫດການນໍ້າຖ້ວມຄັ້ງນີ້ ການນໍາພັກ,ລັດ ແຕ່ລະຂັ້ນ ບໍ່ໄດ້ນິ້ງນອນໃຈ ນັບຕັ້ງແຕ່ມື້ເກີດເຫດ […]

ຂ່າວດີ ສຳລັບຜູ້ສົນໃນສະໝັກລົງທະບຽນສອບເສັງ ໂຄງການຊາວໜຸ່ມເດີນທະເລອາຊຽນ-ຍີ່ປຸ່ນ

ຂ່າວດີ !!! ຫ້ອງການ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຂໍຖືເປັນກຽດແຈ້ງມາຍັງ ຄະນະບໍລິຫານງານ ຊປປລ ບັນດາກະຊວງ, ອົງການ, ແຂວງ, ນະຄອນຫຼວງວຽງຈັນ ແລະ ບັນດາຊາວໜຸ່ມ, ນັກຮຽນ-ນັກສຶກສາລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດຊາບວ່າ: ໂຄງການຊາວໜຸ່ມເດີນທະເລອາຊຽນ-ຍີ່ປຸ່ນ ເປັນໂຄງການແລກປ່ຽນທາງດ້ານ ວັດທະນະທຳ, ການພັດທະນາເສດຖະກິດ-ສັງຄົມ ແລະ ການສຶກສາ ຂອງບັນດາຊາວໜຸ່ມຈາກປະເທດສະມາຊິກ ອາຊຽນ-ຍີ່ປຸ່ນ. ຫ້ອງການ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ຄົ້ນຄວ້າ ແລະ ເຫັນວ່າ: ໂຄງການດັ່ງກ່າວມີ ຜົນດີໃນການເສີມສ້າງຄວາມເຂົ້າໃຈອັນດີເລີດ,ໄດ້ຝຶກຝົນຕົນເອງໂດຍຜ່ານກິດຈະກຳຕ່າງໆ ໂດຍຊາວໜຸ່ມທີ່ເຂົ້າ ຮ່ວມກິດຈະກຳນີ້ຈະໄດ້ຮັບຜົນປະໂຫຍດທາງດ້ານການກະກຽມຄວາມພ້ອມລ່ວງໜ້າ ເພື່ອເສີມສ້າງຄວາມຮູ້ຄວາມ ສາມາດ, ທັກສະການສົນທະນາ-ສື່ສານ ໃນຫຼາກຫຼາຍຮູບແບບກິດຈະກໍາຂອງໂຄງການດັ່ງກ່າວ. ສະນັ້ນ, ຈຶ່ງໄດ້ແຈ້ງ ມາຍັງບັນດາພະນັກງານຊາວໜຸ່ມກະຊວງ, ອົງການ, ແຂວງ, ນະຄອນຫຼວງວຽງຈັນ, ຊາວໜຸ່ມນັກຮຽນ-ນັກສຶກສາ ຜູ້ທີ່ສົນໃຈສະໝັກສອບເສັງຕາມມາດຖານ ແລະ ເງື່ອນໄຂດັ່ງລຸ່ມນີ້: I. ມາດຖານ ແລະ ເງື່ອນໄຂຜູ້ສະໝັກເຂົ້າຮ່ວມ 1. ເປັນພົນລະເມືອງລາວ, ຖືສັນຊາດລາວ ແລະ ເປັນສະມາຊິກຊາວໜຸ່ມຜູ້ກ້າວໜ້າ […]

ກະຊວງສາທາ ໄດ້ຮັບເຄື່ອງໃຊ້ຈຳເປັນ ເພື່ອຊ່ວຍຜູ້ລອດຊີວິດຈາກຄວາມຮຸນແຮງ

ເມື່ອບໍ່ດົນມານີ້, ສະຖານທູດອົດສະຕຣາລີ ແລະ ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ໄດ້ມອບອຸປະກອນ ແລະ ເຄື່ອງໃຊ້ທີ່ຈຳເປັນ ເພື່ອນຳໃຊ້ເຂົ້າໃນການຊ່ວຍເຫລືອຜູ້ລອດຊີວິດ ຈາກຄວາມຮຸນແຮງ, ລວມມູນຄ່າ 1 ຕື້ກວ່າກີບ ໃຫ້ກະຊວງສາທາລະນະສຸກ ແລະ ສູນກາງສະຫະພັນແມ່ຍິງລາວ. ເຄື່ອງທີ່ນໍາມາມອບໃນຄັ້ງນີ້, ປະກອບມີ: ອຸປະກອນການແພດສະເພາະທາງເຊັ່ນ: ຕູ້ເຢັນສຳລັບການກວດນິຕິວິທະຍາ, ໂຄມໄຟສຳລັບການກວດພະຍາດຍິງ, ເຟີນິເຈີ ແລະ ອຸປະກອນ ເອເລັກໂຕຣນິກ(ICT) ເພື່ອເພີ່ມຄວາມປອດໄພ ໃຫ້ຜູ້ລອດຊີວິດທີ່ຕ້ອງການທີ່ພັກຊົ່ວຄາວທີ່ປອດໄພ ເຊິ່ງອຸປະ ກອນເຫລົ່ານີ້ ໄດ້ຖືກຈັດຊື້ພາຍໃຕ້ການສະໜອງທຶນຂອງ ກະຊວງການຕ່າງປະເທດ ແລະ ການຄ້າ ອົດສະຕຣາລີ (DFAT) ຜ່ານໂຄງການ ປັບປຸງການບໍລິການສັງຄົມ ແລະ ສາທາລະນະສຸກ ເພື່ອໂຕ້ຕອບກັບຄວາມຮຸນແຮງບົນພື້ນຖານທາງເພດ ແຕ່ປີ 2021-2023, ການສະໜັບສະໜູນດັ່ງກ່າວ ແມ່ນມີຄວາມຈຳເປັນຕໍ່ການດໍາເນີນງານຂອງສູນບໍລິການປະຕູດຽວ (OSSC) ແຫ່ງທຳອິດຂອງປະເທດ ທີ່ຈະເປີດໃຫ້ບໍລິການຢູ່ໂຮງໝໍມະໂຫສົດໃນໄວໆນີ້, ລວມທັງສູນປົກປ້ອງຜູ້ລອດຊີວິດ ຈາກຄວາມຮຸນແຮງ ທີ່ຫາກໍ່ສ້າງຂຶ້ນເມື່ອບໍ່ດົນມານີ້ຢູ່ ແຂວງສະຫວັນນະເຂດ, ບໍ່ແກ້ວ ແລະ ແຂວງອັດຕະປື. […]

ປະດັບຫລຽນໄຊມິດຕະພາບ ໃຫ້ແກ່ ທູດຈີນ

ໃນວັນທີ 31 ກໍລະກົດ 2023 ນິ້, ສະຫາຍ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ສະຫາຍ ຈຽງ ຈ້າຍຕຸ່ງ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ, ໃນໂອກາດທີ່ໄດ້ສໍາເລັດການປະຕິບັດໜ້າທີ່ການທູດ ຕະຫລອດໄລຍະ 4 ປີກວ່າ ຢູ່ ສປປ ລາວ. ພ້ອມນີ້, ສະຫາຍ ສະເຫລີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ປະດັບຫລຽນໄຊມິດຕະພາບ ໃຫ້ແກ່ ສະຫາຍ ເອກອັກຄະລັດຖະທູດ ຈຽງ ຈ້າຍຕຸ່ງ ເພື່ອເປັນການຍ້ອງຍໍຊົມເຊີຍ, ສັນສະເສີນ ແລະ ຈາລຶກຄຸນງາມຄວາມດີ ຕໍ່ຜົນງານໃນການປະກອບສ່ວນເສີມ ຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການພົວພັນຮ່ວມມືແບບຄູ່ຮ່ວມມືຍຸດທະສາດຮອບດ້ານໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ […]

ຜູ້ທີ່ມີບັນຫາແກ່ນຕາຂຸ້ນ ເຂົ້າມາຜ່າຕັດໂດຍບໍ່ເສຍຄ່າໄດ້ຢູ່ໂຮງໝໍ 103 ກອງທັບ ເລີ່ມ 6 ມິຖຸນາ ຫາ 14 ກໍລະກົດ

ຂ່າວດີ!! ສຳລັບຜູ້ທີ່ມີບັນຫາແກ່ນຕາຂຸ້ນ ໂດຍທີມແພດຊ່ຽວຊານຕາ ຈາກ ສປ ຈີນ ຮ່ວມມືກັບ ທີມແພດ ສປປ ລາວ ຈັດໂຄງການຜ່າຕັດແກ່ນຕາຂຸ້ນ ໂດຍບໍ່ເສຍຄ່າໃຊ້ຈ່າຍ, ເລີ່ມວັນທີ 6 ມິຖຸນາ ຫາ 14 ກໍລະກົດ 2023 ເວລາ 08:30 ເປັນຕົ້ນໄປ, ຢູ່ ໂຮງໝໍ ສູນກາງ 103 ກອງທັບ ນະຄອນຫລວງວຽງຈັນ. ສ່ວນຂັ້ນຕອນໃນການຜ່າຕັດແມ່ນໃຊ້ເວລາ ພຽງ 20 ນາທີ, ມີຄວາມວ່ອງໄວ ແລະ ປອດໄພ, ຟື້ນຟູສາຍຕາໄດ້ດີ ພ້ອມທັງປັບປຸງຄຸນນະພາບຊີວິດດີຂຶ້ນ. ສຳລັບປະຊາຊົນທ່ານໃດທີ່ມີບັນຫາພະຍາດແກ່ນຕາຂຸ້ນ ແມ່ນສາມາດສອບຖາມໄດ້ທີ່ເບີ 020 91015953 ທ່ານ ດຣ ສະແຫວງໄຊ ດາລາສາດ; 020 5541 5170 ທ່ານ ດຣ ພອນສະຫວັນ ຈ່າສານ; 020 5597 9797 […]

ທ່ານ ເກຍ ອູ໊ສິດທິເດດ ເຈົ້າຂອງໂຮງງານຜະລິດນ້ຳດື່ມ ແລະ ນ້ຳກ້ອນໂລມາຄຳ ໃຫ້ຄວາມສຳຄັນຕໍ່ຜູ້ອອກແຮງງານ

ຂປລ. ໂຮງງານຜະລິດນ້ຳດື່ມ ແລະ ນ້ຳກ້ອນ ໂລມາຄຳ ໄດ້ໃຫ້ຄວາມສຳຄັນຕໍ່ຜູ້ອອກແຮງງານ ໂດຍການເປີດໂອກາດ ແລະ ໃຫ້ການສະໜັບສະໜູນຜູ້ທີ່ມີຄວາມດຸໝັ່ນ, ຫ້າວຫັນ ພັດທະນາຕົນເອງ, ພ້ອມທັງສົ່ງເສີມພັດທະນາສີມືແຮງງານໃຫ້ມີຄວາມສຳນານງານ. ທ່ານ ເກຍ ອູ໊ສິດທິເດດ ເຈົ້າຂອງໂຮງງານຜະລິດນ້ຳດື່ມ ແລະ ນ້ຳກ້ອນໂລມາຄຳ, ວິລະຊົນແຮງງານ ຄົນທຳອິດຂອງ ສປປ ລາວ ໄດ້ໃຫ້ສຳພາດເມື່ອບໍ່ດົນນີ້ວ່າ: ໂຮງງານຜະລິດນ້ຳດື່ມ ແລະ ນ້ຳກ້ອນໂລມາຄຳ ຕັ້ງ ຢູ່ບ້ານລັດຕະນະລັງສີໃຕ້ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ສ້າງຕັ້ງຂຶ້ນປີ 1989 ເບື້ອງຕົ້ນ ມີແຮງງານ 27 ຄົນ, ມາຮອດປັດຈຸບັນມີແຮງງານທັງໝົດ 220 ຄົນ, ຍິງກວມ 70%. ໂຮງງານຂອງພວກເຮົາໄດ້ ສ້າງສິ່ງແວດລ້ອມທີ່ດີ, ການບໍລິຫານແຮງງານແບບຄອບຄົວ ໃຫ້ຄວາມສຳຄັນຕໍ່ກຳມະກອນຜູ້ອອກແຮງງານ ໂດຍໃຫ້ໂອກາດໃນການຝຶກອົບຮົມຍົກລະດັບພັດທະນາສິມືແຮງງານ ໃຫ້ມີຄວາມສຳນານໃນແຕ່ລະໜ້າວຽກ, ຊຸກຍູ້ ສົ່ງເສີມບຸກຄົນທີ່ມີຄວາມດຸໝັ່ນ, ອົດທົນ, ຫ້າວຫັນໃນພັດທະນາຕົນເອງ ດ້ວຍການເລື່ອນຂັ້ນ ແລະ ແບ່ງ […]

5 ສິ່ງ​ທີ່​ຄວນ​ຮູ້​ກ່ອນ​ກິນ “​ທຸລຽນ” ກິນ​ແບບ​ບໍ່​ລະມັດລະວັງອາດ​ສ່ຽງ​ຕາຍ

ຊ່ວງນີ້ ອາກາດຢູ່ປະເທດເຮົາຮ້ອນແທ້ ເຮັດເຮົາເຫັນ ມີຂ່າວຄົນເສຍຊີວິດຍ້ອນຄວາມຮ້ອນ ຫຼື ຄວາມຮ້ອນບໍ່ໄດ້ເປັນເລື່ອງຕະຫຼົກເລີຍ, ແຕ່ສິ່ງທີ່ດີຂອງອາກາດຮ້ອນກໍ່ຄື ໝາກໄມ້ລະດູຮ້ອນມີໃຫ້ເຮົາເລືອກຊື້ ໂດຍສະເພາະໝາກໄມ້ “ທຸລຽນ”. ແຕ່ທ່ານຮູ້ບໍ່ວ່າ ເຖິງມັນມີລົດຊາດແຊບ ແລະມີປະໂຫຍດ ແຕ່​ຖ້າຫາກກິນ​ບໍ່​ຖືກ​ວີທີ​ກໍ​ອາດ​ເປັນ​ອັນຕະລາຍ​ເຖິງ​ຊີວິດເຮົາ​ໄດ້. ສະນັ້ນ, ກ່ອນຈະກິນໝາກທຸລຽນ, ເຮົາມາອ່ານ “5 ສິ່ງທີ່ທ່ານຄວນຮູ້ກ່ອນກິນໝາກທຸລຽນ” ກັນກ່ອນ. 1. ​ທຸລຽນ ເປັນໝາກໄມ້ທີ່ມີແຄລໍລີ່ສູງ ເພາະໝາກທຸລຽນ 4-6 ໜ່ວຍໃຫ້ພະລັງງານ 400 ກິໂລແຄລໍຣີ ເທົ່າກັບ 2 ກະປ໋ອງນ້ຳອັດລົມ ຫຼື ເຂົ້າຈານໜຶ່ງ ດັ່ງນັ້ນ, ຂໍຢ່າກິນເພີດເພີນ ລະວັງນ້ຳໜັກຂຶ້ນ. 2. ທຸລຽນ ມີນໍ້າຕານສູງຫຼາຍເຊັ່ນດຽວກັນ. ດັ່ງນັ້ນ, ຜູ້ທີ່ເປັນພະຍາດເບົາຫວານ ສາມາດຫຼີກລ້ຽງໄດ້ຄວນຫຼີກລ້ຽງ 3. ນອກຈາກຄົນເຈັບທີ່ເປັນພະຍາດເບົາຫວານ ຄົນທີ່ມີພະຍາດທີ່ຕິດພັນກັບຄວາມດັນເລືອດສູງ, ຫົວໃຈ, ເສັ້ນເລືອດແລະໄຂມັນໃນເລືອດ ຄວນກິນໜ້ອຍທີ່ສຸດເທົ່າທີ່ກິນໄດ້. 4. ທຸລຽນ ເປັນໝາກໄມ້ທີ່ມີທາດຮ້ອນ ຖ້າກິນກັບເຫຼົ້າ ບໍ່ວ່າຈະເປັນເຫຼົ້າ, ເບຍ ຫຼື […]